ປັບປຸງແລະເພີ່ມທະວີການພົວພັນມິດຕະພາບແລະຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ

ປັບປຸງແລະເພີ່ມທະວີການພົວພັນມິດຕະພາບແລະຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ແລະ
ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ສະ​ຫະ​ພັນ​ລັ​ດ​ເຊຍ Dmitry Medvedev)


(vovworld) - ​ ​ ປັ​ບ​ປຸງ​ແລະ​ເພີ່ມ​ທະ​ວ​ີ​ການ​ພົວ​ພັນ​ມິດ​ຕະ​ພາບ​ແລະ​ຄູ່​ຮ່ວມມ​ື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ-ສະ​ຫະ​ພັນ​ລັດ​ເຊຍ. ສິ່ງ​ດັ່ງ​ກ່າວ​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ສະ​ຫະ​ພັນ​ລັ​ດ​ເຊຍ Dmitry Medvedev ຢືນ​ຢັນ ທີ່​ການ​ເຈ​ລະ​ຈາ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 16/05, ຢູ່​ມົດ​ສະ​ກ​ູ, ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ສະ​ຫະ​ພັນ​ລັດ​ເຊ​ຍ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຢ່າງ​ເປັນ​ທາງ​ການ ໃນ​ລະ​ຫວ່າງວັນ​ທີ 16 – 18/05. ທີ່​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ເຊຍ Dmitry Medvedev ຢັນ​ຢັນ​ວ່າ, ຍາມ​ໃດ​ລັດ​ເຊຍ ກໍ​ຖື​ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ຂອງ​ລັດ​ເຊຍ ຢ​ູ່​ພາກ​ພື້ນ​ອາ​ຊ​ີ - ປາ​ຊີ​ຟິກ. ນາ​ຍົກ​ລັດ​ຖ​ົມ​ຕີ 2 ທ່ານ​ໄດ້​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ - ລັດ​ເຊຍ, ແລກ​ປ່ຽນ ແລະ ເປັນ​ເອ​ກະ​ພາບ​ນຳ​ກັນ​ຫຼາຍ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ. ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານ​ຖື​ວ່າ, ​ຄວນມ​າ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ການ​ຊຸດ​ໂຊມ​ໃນ​ການ​ແລກ​ປ່ຽນ​ດ້ານ​ການ​ຄ້າ 2 ຝ່າຍ, ດ້ວຍ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ​ຄື ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ 2 ປະ​ເທດ ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ, ນຳ​ເຂົ້າ; ເພີ່ມ​ທະ​ວີ​ການ​​ເຄື່ອນ​ໄຫວສົ່ງ​ເສີມ​ດ້ານ​ການ​ຄ້າ, ໂດຍ​ສະ​ເພາະ​ແມ່ນ​ຍາດ​ແຍ່ງ​ທ່າ​ແຮງ​ຂອງ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - ​ພັນ​ທະ​ມິດ​ເສດ​ຖະ​ກິດ​ອ​າ​ຊີ - ເອີ​ລົບ ກໍ​ຄື​ຂອງ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ເຊິ່ງ​ຫວຽດ​ນາມ ເຂົ້າ​ຮ່ວມຢ່າງ​ສຸດ​ຂີດ​. 2 ຝ່າຍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ໜູນ​ຊ່ວຍ​ບັນ​ດາ​​ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ນ້ຳ​ມັນ​ອາຍ​ແກັ​ສ 2 ປະ​ເທດ​ຢູ່​ຫວຽດ​ນາມ ແລະ ລັດ​ເຊຍ ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປີດກວ້າງ​ການ​ເຄື່ອນຮ່ວມ​ມື​ໃນຂົງ​ເຂດ​ອື່ນໆ, ພ້ອ​ມ​ທັງ​ເປີດກວ້າງ​ການ​ຮ່ວມ​ມື​ອອກ​ສູ່​ປະ​ເທດ​ທີ 3.

        2 ຝ່າຍ​ກໍ​ຢືນ​ຢັນສືບ​ຕໍ່​​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ພິ​ເສດ​ແມ່ນ​ເຕັກ​ນິກ​ການ​ທະ​ຫານ; ເຫັນ​ດີ​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ​່​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ຫຼາຍ​ຢ່າງ​ຄື: ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ; ການ​ສຶກ​ສາ, ບຳ​ລຸງ​ສ້າງ, ວັດ​ທະ​ນະ​ທຳ….

        ເມື່ອແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ການ​ຜັນ​ແປ​ທີ່​ສັບ​ສົນ​ຫວ່າງມໍ່ໆ​ມານີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ລ້ວນ​ແຕ່​ຖື​ວ່າ, ການ​ຂັດ​ແຍ​້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ເ​ຄົາ​ລົບ​ກົດ​ໝາຍ​ສາ​ກົນ, ກ່ອນ​ອື່ນ​ໝົດ​ແ​ມ່ນ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS), ຜັນ​ຂະ​ຫຍາຍ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຊຸດ ແລະ ມີ​ປະ​ສິດ​ທິ​ຜົນ ແລະ ສ້າງປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ.

        ພາຍ​ຫຼັງ​ການ​ເຈ​ລະ​ຈາ, ນາ​ຍົກ​ລັດ​ຖະ​ມົນ​ຕ​ີ 2 ທ່ານ​ໄດ້​ເປັນ​ສັກ​ຂ​ີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ບາງ​ກະ​ຊວງ, ຂະ​ແໜງ​ການ ແລະ ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ 2 ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ​ນ້ຳ​ມັນ​ອາຍ​ແກັ​ສ, ການ​ລົງ​ທຶນ, ​ການບຳ​ລຸງ​ສ້າງ​ພະ​ນັກ​ງານ…

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ພາຍ​ຫຼັງ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ຈະ​ຍ​ູ້​ແຮງວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ.

        “ມີ​ຫຼາຍ​ໂຄງ​ການ​ອື່ນໆ​ກ່ຽວ​ກັບວັດ​ທະ​ນະ​ທຳ​ມະ​ນ​ຸດ​ສັງ​ຄົມ, ການ​ສຳ​ຫຼວດ​ພື້ນ​ຖານ ແລະ ບັນ​ດາ​ຂ​ົງ​ເຂດ​ອື່ນ​ໄດ້​ຮັບ​ການ​ເຕື້ອງ​ເຖິງ. ພິ​ເສດ, ບັນ​ດາ​ບັນ​ຫາ​ວາງ​ອອກ​ຂອງ​ຝ່າຍ​ຫວຽດ​ນາມ, ລັດ​ຖະ​ບານ​ລັດ​ເຊຍ ໄດ້​ມ​ີ​ຄວາມ​ເປັນ​ເອ​ກະ​ພາບ​ສູງ. ພວກ​ຂ້າ​ພະ​ເຈົ້າ​ຢາກ​ຍູ້​ແຮງ​ບັນ​ດາ​ວຽກ​ງານ​ລະ​ອຽ​ດ​ເພື່ອ​ປະ​ຕິ​ບັດ​ສັນ​ຍາ FTA ລະ​ຫວ່າງ​ພັນ​ທະ​ມິດ​ເສດ​ຖະ​ກິດ​ອາ​ຊ​ີ - ເອີ​ລົບ ແລະ ຫວຽດ​ນາມ, ມີ​ຄວາມ​ໝາຍ​ນັບ​ທັງ​ຫວຽດ​ນ​າມ ແລະ ລັດ​ເຊຍ ແລະ ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ. ຂ້າ​ພະ​ເຈົ້າ​ກໍ​ກວດ​ກາ​ຢ່າ​ງ​ລະ​ອຽດ, ຊຸ​ກ​ຍູ​້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ໜ່ວຍ​ປະ​ຕິ​ບັດ​ງານ​ພິ​ເສດ​ຂອງ​ລັດ​ຖະ​ບານ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ທີ່​ວາງ​ອອກ​ໃນ​ວິ​ວັດ​ການ​ຮ່ວມ​ມື, ເພື່ອ​ໃຫ້​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ໃຫຍ່​​ເຊິ່ງ​ລັດ​ຖະ​ບານ​​ 2 ປະ​ເທດ​ວາງ​ອອກ​ ໄດ້​ຮັບ​ການປະ​ຕິ​ບັດໃນ​ໄລ​ຍະ​ຈະ​ມາ​ເຖິງ, ເໝາະ​ສົມ​ກັບ​ເລື່ອງ​ຫວຽດ​ນາມ ແລະ ລັດ​ເຊຍ ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.”

        ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ເຊຍ Dmitry Medvedev ຫວັງ​ວ່າ, ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ​ພັນ​ທະ​ມິດ​ເສດ​ຖະ​ກິດ​ອາ​ຊ​ີ - ເອີ​ລົບ (EAUE) ແລະ​ຫວຽດ​ນາມ, ຈະ​​ຊຸກຍູ້​ວົງ​ເງິນ​ການ​ຄ້າ​ສິນ​ຄ້າ 2 ສົ້ນ.

        “ພວກ​ຂ້າ​ພະ​ເຈ​ົ້າ​ເອົາ​ໃຈ​ໃສ່​ເພື່ອ​ໃຫ້ 2 ປະ​ເທ​ດ​ລົງ​ທຶນ​ເຂົ້າ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ກັນ, ບໍ່​ພຽງ​ແຕ່​ໃນ​ຂະ​ແໜງ​ພະ​ລັງ​ງານ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ບັນ​ດາ​ຂົງ​ເຂດ​ອື່ນໆ​ອີກ​ດ້ວຍ. ປະ​ຈຸ​ບັນ, ບັນ​ດາ​ບໍ​ລິ​ສັດ​ຂອງ​ລັດ​ເຊຍ ໄດ້​ລົງ​ທຶນ​ເຂົ້າ​ຫວຽດ​ນາມ ເກືອບ 100 ໂຄງ​ການ ​ໂດຍບໍ່​ຄິດ​ໄລ່​ເຖິງ​ຂົງ​ເຂດ​ນ້ຳ​ມັນ​ອາຍ​ແກັ​ສ. ຂ້າ​ພະ​ເຂົ້າ​ໄດ້​ເວົ້າ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ວ່າ, ໃນ​ຂົງ​ເຂດ​ນ້ຳ​ມັນ​ອາຍ​ແກັ​ສ, 2 ປະ​ເທດ​ໄດ້​ມີ​ການ​ຮ່ວມ​ມື​ພິ​ເສດ, ບໍ່​ພຽງ​ແຕ່​ລັດ​ເຊ​ຍ ຮ່ວມ​ມື​ຂຸດ​ຂົ້ນ​ນ້ຳ​ມັນ​ອາຍ​ແກັ​ສ​ຢູ່​ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ວິ​ສາ​ຫ​ະ​ກິດ​ຫວຽດ​ນາມ ກໍ່ຮ່ວມ​ມື​ຂຸດ​ນ້ຳ​ມັນ​ອາຍ​ແກັ​ສ ຢູ່​ລັດ​ເຊຍ ອີກ​ດ້ວຍ. ນັ້ນ​ແມ່ນ​ການ​ຮ່ວ​ມ​ມື​ກ້າວ​ໜ້າ.”

        ນາ​ຍົກ​ລັດ​ຖະ​ມົນ​ຕ​ີ 2 ທ່ານ​ກ​ໍ​ໃຫ້​ຮູ້​ວ່າ, ລັດ​ຖະ​ບານ 2 ປະ​ເທດ​ຈະ​ສືບ​ຕ​ໍ່ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ໂຄງ​ການ​ທີ່​ພວມ​ຮ່ວມ​ມື​ຢູ່​ແລ້ວ. ນອກນັ້ນ, ຈະ​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ກະ​ສິ​ກຳ​.

ຂ່າວ/ບົດ​ອື່ນ