ປັບໄໝລົງໂທດບັນດາກໍລະນີຂຸດຄົ້ນສິນໃນນ້ຳຜິດກົດໝາຍຢ່າງເຂັ້ມງວດ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ສະເໜີໃຫ້ບັນດາທ້ອງຖິ່ນປະຕິບັດຕາມມະຕິເລກທີ 04 ຂອງສະພາຜູ້ພິພາກສາສານປະຊາຊົນສູງສຸດຢ່າງເຖິງຖອງ
ປັບໄໝລົງໂທດບັນດາກໍລະນີຂຸດຄົ້ນສິນໃນນ້ຳຜິດກົດໝາຍຢ່າງເຂັ້ມງວດ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ກ່າວຄຳເຫັນທີ່ກອງປະຊຸມ)

        ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບເບື້ອງຕົ້ນຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU), ຈັດຂຶ້ນໃນຕອນບ່າຍວັນທີ 17 ມີຖຸນາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ສະເໜີໃຫ້ບັນດາທ້ອງຖິ່ນປະຕິບັດຕາມມະຕິເລກທີ 04 ຂອງສະພາຜູ້ພິພາກສາສານປະຊາຊົນສູງສຸດຢ່າງເຖິງຖອງ, ເພື່ອຍົກອອກພິພາກສາບັນດາກໍລະນີລະເມີດ IUU. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ, ຊີ້ແຈ້ງວ່າ:

        “ຂຸດຄົ້ນມະຕິເລກທີ 04 ຢ່າງເຖິງຖອງ, ຖ້າ 28 ທ້ອງຖິ່ນປັບໄໝລົງທົດຢ່າງຄົບຊຸດ, ເດັດຂາດ, ເຂັ້ມງວດກໍ່ຈະສ້າງເປັນບັນຍາກາດລວມ, ພວກເຮົາຈະມີການເກັ້ຍກ່ອມຢ່າງໃຫຍ່ຫຼວງເພື່ອຂໍໃຫ້ຄະນະກວດກາຂອງຄະນະກຳມະການ ເອີລົບ (ອີຊີ) ຍົກເລີດບັດເຫຼືອງ”.

        ພາຍຫຼັງການກວດກາ 4 ຄັ້ງຂອງ ອີຊີ ນັ້ນ, ມາຮອດປະຈຸບັນ, ຫວຽດນາມ ໄດ້ປະຕິບັດສຳເລັດກອບນິຕິກຳ, ຕອບສະໜອບຄວາມຮຽກຮ້ອງຕ້ານການຂຸດຄົ້ນ IUU ຕາມຂໍ້ສະເໜີຂອງ ອີຊີ. ວຽກງານປະຕິບັດກົດໝາຍ, ປັບໄໝລົງໂທດບັນດາການກະທຳລະເມີດການຂຸດຄົ້ນ IUU ໄດ້ຮັບການເພີ່ມທະວີຂຶ້ນເມື່ອທຽບໃສ່ກ່ອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ