ປີປະທານອາຊຽນ 2020: ສ້າງອາຊຽນໃຫ້ໝັ້ນຄົງເຂ້ັມແຂງ, ສາມັກຄີ

(VOVWORLD) -ຕອນບ່າຍ ວັນທີ 23 ທັນວາ, ຢູ່ ນະຄອນຫຼວງ ຮ່າໂນ້ຍ, ສະຖາບັນພົວພັນການຕ່າງປະເທດ (ກະຊວງການຕ່າງປະເທດ) ສົມທົບກັບສະຖານທູດ ລາຊະອານາຈັກໄທ ປະຈຳ ຮ່າໂນ້ຍ ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ທີ່ວ່າ:“ນຳ ອາຊຽນ ພັດທະນາໄປໄກກ່ວາອີກ: ຕໍ່ຈາກອາຍຸການເປັນປະທານຂອງ ໄທ 2019 ມາເຖິງ ອາຊຽນ ແຫ່ງຄວາມສະໜິດຕິດພັນ ແລະ ເປັນເຈົ້າການໃນການປັບຕົວໃນອາຍຸການເປັນປະທານອາຊຽນຂອງ ຫຽດນາມ 2020”. 
ປີປະທານອາຊຽນ 2020: ສ້າງອາຊຽນໃຫ້ໝັ້ນຄົງເຂ້ັມແຂງ, ສາມັກຄີ - ảnh 1ທ່ານ ອະດີດລັດຖະມົນຕີ ກະຊວງການຕ່າງປະເທດ, ອະດີດ ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ, ເອກອັກຄະລັດຖະທູດ ຟ້າມກວາງວີງ (ພາບ: TTXVN)

ຢູ່ທີ່ນີ້ ທ່ານ ອະດີດລັດຖະມົນຕີ ກະຊວງການຕ່າງປະເທດ, ອະດີດ ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ, ເອກອັກຄະລັດຖະທູດ ຟ້າມກວາງວີງ, ໃຫ້ຮູ້ວ່າ: ຫວຽດນາມ ເລືອກເອົາຫົວຂໍ້ ປີ ປະທານອາຊຽນ 2020“ສະໜິດຕິດພັນ ແລະ ເປັນເຈົ້າການໃນການປັບຕົວ”, ແລະ ຫວຽດນາມຈະສຸມໃສ່ສ້າງປະຊາຄົມ, ເຊື່ອມຕໍ່ພື້ນຖານໂຄງລ່າງໃນພາກພື້ນ, ພັດທະນາການພົວພັນກັບບັນດາຄູ່ຮ່ວມມື. ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວີງ ເນັ້ນໜັກວ່າ: ຫົວຂໍ້ ປີ 2020 ຂອງ ຫວຽດນາມແມ່ນ ສຸມໃສ່ສ້າງ ອາຊຽນ ໃຫ້ໝັ້ນຄົງເຂ້ັມແຂງຈາກພາຍໃນ, ສາມັກຄີ ແລະ ພັດທະນາພາຍໃນກຸ່ມ; ສ້າງປະຊາຄົມທີ່ມີຄວາມເຊື່ອມໂຍງ. ທ່ານ ຟ້າມກວາງວີງ ໃຫ້ຮູ້ວ່າ ຫວຽດນາມ ຈະສ້າງ ອາຊຽນ ກາຍເປັນພາກສ່ວນສະໜິດແໜ້ນໃນໂຄງປະກອບຂອງພາກພື້ນ, ໃນນັ້ນ ສຸມໃສ່ປົກປ້ອງຜົນປະໂຫຍດຂອງບັນດາປະເທດ ແລະ ພາກພື້ນທັງໝົດໂດຍອີງໃສ່ລະບຽບກົດໝາຍສາກົນ, ໃນນັ້ນກໍ່ຢັ້ງຢືນຫຼັກການກ່ຽວກັບການຮັບປະກັນຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ຄວາມສັນຕິພາບຂອງບັນດາປະເທດສະມາຊິກໃນພາກພື້ນ, ຮັກສາບົດບາດເປັນໃຈກາງຂອງ ອາຊຽນ ຢູ່ ພາກພື້ນ

ຕອບກັບ

ຂ່າວ/ບົດ​ອື່ນ