ປີ​ປະ​ທານ​ອາ​ຊຽນ 2020: ຫວຽດ​ນາມ​ເປັນ​ປະ​ທານ ວາ​ລະ​ປະ​ຊຸມ​ສະ​ພາ​ບ​ໍ​ລິ​ຫານ ສະ​ຖາ​ບັນ​ສັ​ນ​ຕິ​ພາບ ແລະ ໄກ່​ເກ່ຍ ອ​າ​ຊຽນ

(VOVWORLD) -ວັນທີ 21 ມັງກອນ, ໄດ້ດຳເນີນກອງປະຊຸມຄັ້ງທີ 18 ຂອງ ສະພາບໍລິຫານ ສະຖາບັນສັນຕິພາບ ແລະ ໄກ່ເກ່ຍ ອາຊຽນ (ອາຊຽນ - IPR) ຢູ່ Jakarta, ປະເທດ ອິນໂດເນເຊຍ. 
ປີ​ປະ​ທານ​ອາ​ຊຽນ 2020: ຫວຽດ​ນາມ​ເປັນ​ປະ​ທານ ວາ​ລະ​ປະ​ຊຸມ​ສະ​ພາ​ບ​ໍ​ລິ​ຫານ ສະ​ຖາ​ບັນ​ສັ​ນ​ຕິ​ພາບ ແລະ ໄກ່​ເກ່ຍ ອ​າ​ຊຽນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 18 ສະພາບໍລິຫານ ສະຖາບັນສັນຕິພາບ ແລະ ໄກ່ເກ່ຍ ອາຊຽນ (ພາບ: PDVN) 

ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງ ສະພາບໍລິຫານອາຊຽນ - IPR ໃນປີ ຫວຽດນາມ ເປັນປະທານອາຊຽນ 2020. ທ່ານ ເຈິ່ນດຶກບິ່ງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ອາຊຽນ, ປະທານສະພາບໍລິຫານ ອາຊຽນ - IPR ເປັນປະທານກອງປະຊຸມ.

        ໂດຍແບ່ງປັນກ່ຽວກັບຄວາມໝາຍຂອງ ຫົວຂໍ້ ແລະ ບັນດາບຸລິມະສິດ ຂອງ ຫວຽດນາມ ໃນປີ ປະທານ ອາຊຽນ 2020, ທ່ານ ເຈິ່ນດຶກບິ່ງ ເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໜຶ່ງໃນ ບັນດາບຸລິມະສິດ ຂອງ ຫວຽດນາມ ແມ່ນ ຊຸກຍູ້ບັນດາໂຄງການ, ການເຄື່ອນໄຫວກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ໃນອາຊຽນ ໃນສະພາບການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດສຸມຂອງ ສະມາຄົມ ອາຊຽນ.

        ທີ່ກອງປະຊຸມ, ສະພາດັ່ງກ່າວໄດ້ປຶກສາຫາລື ແລະ ຮັບຮອງເອົາແຜນການປະຕິບັດງານປີ 2020 ຂອງ ອາຊຽນ - IPR, ຮັບຮູ້ບົດລາຍງານການເງິນ ປີ 2019 ແລະ ສະເໜີງົບປະມານການເຄື່ອນໄຫວໃຫ້ແກ່ປີ 2020 ຂອງ ຄະນະເລຂາ ອາຊຽນ - IPR.

ເຮືອງຈາ ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ