ປີ​ປະ​ທານ​ອາ​ຊຽນ 2020: ອາ​ເມ​ລິ​ກາ ຢັ້ງ​ຢືນ​ຖື​ການ​ຮ່ວມ​ມ​ື​ກັບ​ອາ​ຊຽນເປັນ​ສຳ​ຄັນ

(VOVWORLD) -  ທີ່ກອງປະຊຸມຄັ້ງທີ 11 ຄະນະກຳມະການຮ່ວມມືລວມ (JCC) ລະຫວ່າງອາຊຽນ - ອາເມລິກາ ຊຶ່ງຈັດຂຶ້ນໃນວັນທີ 14 ກຸມພາ, ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ, ອາເມລິກາຢັ້ງຢືນວ່າ ຖືການຮ່ວມມືກັບອາຊຽນເປັນສຳຄັນ ແລະ ທີ່ຕັ້ງສຳຄັນຂອງ ອາຊຽນໃນຍຸດທະສາດ ອິນເດຍ - ປາຊີຟິກ. 
ປີ​ປະ​ທານ​ອາ​ຊຽນ 2020: ອາ​ເມ​ລິ​ກາ ຢັ້ງ​ຢືນ​ຖື​ການ​ຮ່ວມ​ມ​ື​ກັບ​ອາ​ຊຽນເປັນ​ສຳ​ຄັນ - ảnh 1 ບັນດາຜູ້ແທນຖ່າຍຮູບລວມໝູ່ຢູ່ກອງປະຊຸມ JCC (ພາບ: TTXVN)

ໃນໄລຍະຈະມາເຖິງ, ອາເມລິກາຈະສືບຕໍ່ຍູ້ແຮງການຮ່ວມມື ກັບອາຊຽນຜ່ານການສ້າງແຜນໂຄງການດຳເນີນງານ ອາຊຽນ - ອາເມລິກາໄລຍະ 2021 – 2025, ໂຄງການຄູ່ຮ່ຮວມມືກ່ຽວກັບການຫັນການຮ່ວມມືພາກພື້ນ (PROSPECT) ໃນການໜູນຊ່ວຍຍົກສູງບົດບາດ ແລະ ສ້າງປະຊາຄົມອາຊຽນໃຫ້ດີທີ່ສຸດ … ອາເມລິກາ ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມ ແລະ ບົດບາດຂອງ ອາຊຽນ ໃນການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ(COC) ກັບ ຈີນ, ກໍ່ຄືຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ, ແກ້ໄຂບັນດາການຂັດແຍ່ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ  ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ1982.

        ທ່ານນາງ Melisa Brown, ຜູ້ຕາງໜ້າຄະນະປະຕິບັດງານ ອາເມລິກາ ປະຈຳອາຊຽນ, ໄດ້ຕີລາຄາສູງຫົວຂໍ້ “ອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແລະ ບັນດາບຸລິມະສິດໃນປີ ປະທານ ອາຊຽນ 2020 ຂອງ ຫວຽດນາມ. ທ່ານນາງ Melisa Brown ຢັ້ງຢືນວ່າ ອາເມລິກາຈະຕັ້ງໜ້າໜູນຊ່ວຍ ຫວຽດນາມ ໃນບົດບາດເປັນປະທານ ແລະ ກຳນົດທິດບັນດາໂຄງການຮ່ວມມື ອາຊຽນ - ອາເມລິກາ ເພື່ອແນໃສ່ ໜູນຊ່ວຍບັນດາບຸລິມະສິດດັ່ງກ່າວ, ເປັນຕົ້ນແມ່ນການພັດທະນາແຫຼ່ງຊັບພະຍາກອນມະນຸດ, ການຮ່ວມມືເສດຖະກິດດີຈີຕອນ, ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ