ປ​ີ​ປະ​ທານ​ອາ​ຊຽນ 2020: ເປັນ​ເຈົ້າ​ການ​ ​ປະ​ຕິ​ບັດວ​ຽກ​ງານ​ກະ​ກຽ​ມ​ໃຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ປ້ອງ​ກັນ​ຊາດ - ກ​ານ​ທະ​ຫານ ອາ​ຊຽນ 2020 ໃຫ້​ເປັນ​ຢ່າງ​ດີ

(VOVWORLD) - ວັນທີ 2 ມັງກອນ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ ພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມໄດ້ເປັນປະທານກອງປະຊຸມຄະນະຊີ້ນຳກະຊວງປ້ອງກັນປະເທດກ່ຽວກັບອາຊຽນ 2020 ແລະ ບັນດາອະນຸກຳມະການທີ່ຂຶ້ນກັບກະຊວງ ເພື່ອກວດກາຄືນວຽກງານກະກຽມໃຫ້ແກ່ການເຄື່ອນໄຫວ, ກອງປະຊຸມປ້ອງກັນຊາດ - ການທະຫານອາຊຽນ 2020.

ປ​ີ​ປະ​ທານ​ອາ​ຊຽນ 2020: ເປັນ​ເຈົ້າ​ການ​ ​ປະ​ຕິ​ບັດວ​ຽກ​ງານ​ກະ​ກຽ​ມ​ໃຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ປ້ອງ​ກັນ​ຊາດ - ກ​ານ​ທະ​ຫານ ອາ​ຊຽນ 2020 ໃຫ້​ເປັນ​ຢ່າງ​ດີ - ảnh 1ທ່ານ ພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມເປັນປະທານກອງປະຊຸມ

(ພາບ: qdnd.vn) 

ຮັບຮູ້ ແລະ ຕີລາຄາສູງຕໍ່ບັນດາອົງການສຳນັກງານທີ່ເປັນເຈົ້າການ, ຕັ້ງໜ້າ, ຜັນຂະຫຍາຍບັນດາເນື້ອໃນວຽກງານກະກຽມໃຫ້ປີ ປະທານອາຊຽນ 2020 ໂດຍໄວນັ້ນ, ທ່ານພົນເອກໂງຊວັນລິກ ເນັ້ນໜັກວ່າ  ເລື່ອງດຳລົງຕຳແໜ່ງ ປະທານອາຊຽນ 2020 ມີຄວາມໝາຍດ້ານການເມືອງສຳຄັນ, ເປັນການຢັ້ງຢືນເຖິງຖານະບົດບາດ, ທີ່ຕັ້ງຂອງກອງທັບປະຊາຊົນ ຫວຽດນາມໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ປະກອບສ່ວນເຂົ້າໃນຜົນສຳເລັດລວມໃນປີ ປະທານ ອາຊຽນ 2020 ຂອງ ຫວຽດນາມ. ທ່ານລັດຖະມົນຕີ ໂງຊວັນລິກ ຮຽກຮ້ອງໃຫ້ທົ່ວກອງທັບເພີ່ມທະວີການຊາບຊືມກ່ຽວກັບຈຸດປະສົງ, ຄວາມໝາຍຂອງ ເລື່ອງກະຊວງການຕ່າງປະເທດເປັນປະທານຈັດຕັ້ງກອງປະຊຸມ ແລະ ເຄື່ອນໄຫວການທະຫານ, ການປ້ອງກັນຊາດ ໃນປີ 2020 ເມື່ອຫວຽດນາມດຳລົງຕຳແໜ່ງປະທານອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ