ປື້ມຂາວODAປີ2014ຂອງຍີ່ປຸ່ນເອົາໃຈໃສ່ເປັນພິເສດເຖິງການພົວພັນກັບອາຊຽນ

ປື້ມຂາວODAປີ2014ຂອງຍີ່ປຸ່ນເອົາໃຈໃສ່ເປັນພິເສດເຖິງການພົວພັນກັບອາຊຽນ - ảnh 1
ທ່ານ Shinzo Abe, ນາ​ຍົກ​ລັດ​ຖະ​ມົນ​ຕີຍີ່​ປຸ່ນ
ພາບ:doisongphapluat.com

 (vovworld)-​ວັນ​ທີ13/3,​ປື້ມ​ຂາວ​ທຶນ​ຊ່ວຍ​ເຫລືອ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ(ODA)ປີ 2014 ຂອງ​ຍີ່​ປຸ່ນ ຮຽກ​ຮ້ອງ​ຮັດ​ແຫນ້ນ​ການ​ພົວ​ພັນ​ກັບ ອາ​ຊຽນ ກວ່າ ແລະ ຖື​ວ່າ ນີ້​ແມ່ນ​ບັນ​ຫາ​ສຳ​ຄັນ​ຕົ້ນ​ຕໍ​ເພື່ອ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ຂອງ​ປະ​ເທດ​ຊາດ​ໃນ​ສະ​ພາ​ວະ ຈີນ ພວມ​ເພີ່ມ​ຜົນ​ສະ​ທ້ອນ​ຢູ່​ພາກ​ພື້ນ. ໃນ​ປື້ມ​ດັ່ງ​ກ່າວ, ຍີ່​ປຸ່ນ ບໍ່​ພຽງ​ແຕ່​ສືບ​ຕໍ່​ຢືນ​ຢັນ​ວ່າ ບັນ​ດາ​ປະ​ເທດອາ​ຊຽນ ແມ່ນ​ຕະ​ຫລາດ​ສຳ​ຄັນ​ທີ່​ສຸດ ແລ ະ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ສະ​ດວກ ເທົ່າ​ນັ້ນ ຫາກ​ຍັງ​ເນັ້ນ​ຫນັກ​ວ່າ: ການ​ພັດ​ທະ​ນາ ແລະ ຮັກ​ສາ​ສະ​ຖຽນ​ລະ​ພາບ​ໃນ​ອາ​ຊຽນ ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ຄວາ​ມ​ສະ​ຫງົບ​ປອດ​ໄພ​ຂອງ​ຍີ່​ປຸ່ນ. ໃນ​ປື້ມ​ຂາວ ODA ປີ 2013, ຍີ່​ປຸ່ນ ໄດ້ ຮຽກ​ຮ້ອງ​ເພີ່ມ​ທະ​ວີ ODA ໃຫ້​ແກ່ ອາ​ຊີ ແລະ ອາ​ເຟ​ຼິ​ກາ ພ້ອມ​ທັງ​ຖື​ວ່າ ການ​ຫນູນ​ຊ່ວຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ແມ່ນ ບ້ວງ​ເງິນ​ລົງ​ທຶນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ອະ​ນາ​ຄົດ​ໃຫ້​ແກ່​ພາກ​ພື້ນນີ້ ແລະ ນັບ​ທັງ​ຍີ່​ປຸ່ນ. ປີ 2013, ODA ຍີ່​ປຸ່ນ ບັນ​ລຸ​ປະ​ມານ 22 ຕື້ USD, ເພີ່ມ​ຂຶ້ນ 21% ເມື່ອ​ທຽບ​ໃສ່​ປີ​ກ່ອນ, ພຽງ​ແຕ່​ຖ​ັດ​ຈາກ ອາ​ເມ​ລິ​ກາ.

 

ຂ່າວ/ບົດ​ອື່ນ