ປື້ມປົກກຂຽວການຕ່າງປະເທດ ຍີ່ປຸ່ນ 2024 ສືບຕໍ່ກຳນົດທິດເປີດກວ້າງການຮ່ວມມືກັບ ອາຊຽນ

(VOVWORLD) - ປື້ມບົກຂຽວມີເນື້ອໃນເຮັດແຈ້ງການກຳນົດທິດເປີດກວ້າງການພົວພັນຂອງປະເທດນີ້ກັບ ອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ.
ປື້ມປົກກຂຽວການຕ່າງປະເທດ ຍີ່ປຸ່ນ 2024 ສືບຕໍ່ກຳນົດທິດເປີດກວ້າງການຮ່ວມມືກັບ ອາຊຽນ - ảnh 1ເນື້ອໃນຂອງປື້ມປົກຂຽວການຕ່າງປະເທດ ຍີ່ປຸ່ນ 2024
(ພາບ: NHK)

        ວັນທີ 16 ເມສາ, ຍີ່ປຸ່ນ ໄດ້ປະກາດປື້ມປົກຂຽວການຕ່າງປະເທດ ຍີ່ປຸ່ນ 2024, ໃນນັ້ນ ມີເນື້ອໃນເຮັດແຈ້ງການກຳນົດທິດເປີດກວ້າງການພົວພັນຂອງປະເທດນີ້ກັບ ອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ.

        ກ່ຽວຂ້ອງເຖິງການພົວພັນ ຍີ່ປຸ່ນ ແລະ ອາຊຽນ, ປື້ມປົກຂຽວ ໄດ້ຊີ້ແຈ້ງຮູບແບບໃໝ່ຂອງຂໍ້ລິ້ເລີ່ມ ມະຫາສະມຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ (FOIP), ໂດຍທ່ານນາຍົກລັດຖະມົນຕີ Fumio Kishida ປະກາດໃນເດືອນ ມີນາ ປີ 2023, ໃນນັ້ນໄດ້ເນັ້ນໜັກເຖິງ 4 ຂົງເຂດໃຫ້ບຸລິມະສິດຮ່ວມມື, ລວມມີ: ການຮ່ວມມືໃນການເດີນເຮືອຢູ່ທະເລ, ການເຊື່ອມຕໍ່, ປະຕິບັດການຫັນບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ, ເຊື່ອມຕໍ່ເສດຖະກິດ… ທີ່ກອງປະຊຸມສຸດຍອດ ອາຊຽນ ຈັດຂຶ້ນໃນເດືອນ ກັນຍາ 2023, ຍີ່ປຸ່ນໄດ້ປະກາດຂໍ້ລິ້ເລີມເຊື່ອມຕໍ່ຢ່າງຮອບດ້ານ ຍີ່ປຸ່ນ - ອາຊຽນ ເພື່ອເປີດກວ້າງບັນດາແງ່ມູມກວ່າອີກເຊິ່ງ 2 ຝ່າຍສາມາດເຊື່ອມຕໍ່.

        ກ່ຽວກັບການພົວພັນ ຫວຽດນາມ - ຍີ່ປຸ່ນ, ປື້ມບົກຂຽວລະບຸແຈ້ງຈຸດພົ້ນເດັ່ນແມ່ນເລື່ອງ 2 ປະເທດຕົກລົງຍົກລະດັບຂຶ້ນເປັນ “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ ແລະ ໃນໂລກ” ເມື່ອເດືອນ ພະຈິກ 2023.

ຕອບກັບ

ຂ່າວ/ບົດ​ອື່ນ