ປື້ມປົກຂາວປ້ອງກັນປະເທດຂອງ ຍີ່ປຸ່ນ ປີ 2018 ຖື ສປປ ເກົາຫຼີ ແມ່ນໄພນາບຂູ່ອັນໃຫຍ່ຫຼວງ

(VOVWORLD) - ປື້ມປົກຂາວດ້ານປ້ອງກັນປະເທດ ຍີ່ປຸ່ນ ກໍ່ຖືວ່າ ຈີນ ແມ່ນຄວາມສົນໃຈອັນໃຫຍ່ຫຼວງຂອງຍີ່ປຸ່ນ ໃນການຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງ

ຕາມປື້ມປົກຂາວປະຈຳປີຂອງກະຊວງປ້ອງກັນປະເທດ ຍີ່ປຸ່ນ ປະກາດເມື່ອວັນທີ 28 ສິງຫາ, ໂຕກຽວ ໄດ້ຕີລາຄາບັນດາໂຄງການລູກສອນໄຟ ແລະ ນິວເຄຼຍຂອງ ສປປ ເກົາຫຼີ ຍັງແມ່ນໄພນາບຂູ່ຢ່າງຮ້າຍແຮງເຖິງຄວາມໝັ້ນຄົງຂອງປະເທດນີ້, ເຖິງວ່າກ່ອນນັ້ນການນຳ ສປປ ເກົາຫຼີ Kim Jong – un ໄດ້ໃຫ້ຄຳໝັ້ນສັນຍາປອດນິວເຄຼຍໃນແຫຼມ ເກົາຫຼີ. ກະຊວງປ້ອງກັນປະເທດ ຍີ່ປຸ່ນ ກໍ່ຖະແຫຼງ ໂຕກຽວ ຄວນຕິດຕາມພຽງຢາງຢ່າງແໜ້ນແຟ້ນ, ເພື່ອຕີລາຄາບັນດາການກະທຳລະອຽດຂອງປະເທດນີ້ເພື່ອແນໃສ່ປອດນິວເຄຼຍ ແລະ ລູກສອນໄຟ.

        ປື້ມປົກຂາວດ້ານປ້ອງກັນປະເທດ ຍີ່ປຸ່ນ ກໍ່ຖືວ່າ ຈີນ ແມ່ນຄວາມສົນໃຈອັນໃຫຍ່ຫຼວງຂອງຍີ່ປຸ່ນ ໃນການຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງ ພາຍຫຼັງເລື່ອງ ປັກກິ່ງ ເພີ່ມທະວີການມີໜ້າຢູ່ບັນດາເຂດມະຫາສະໝຸດນີ້.

        ໃນການພົວພັນກັບ ລັດເຊຍ, ເອກະສານສະບັບນີ້ໄດ້ຊີ້ແຈ້ງວ່າ ຍີ່ປຸ່ນ ຕ້ອງຮັກສາການຕິດຕາມກວດກາບັນດາການເຄື່ອນໄຫວດ້ານການທະຫານຂອງ ລັດເຊຍ ກ່ຽວຂ້ອງເຖິງເລື່ອງ ລັດເຊຍ ຜັນຂະຫຍາຍບັນດາລະບົບລູກສອນໄຟເມື່ອປີ 2016 ຢູ່ 2 ໝູ່ເກາະພວມມີການຂັດແຍ້ງກັນກັບຍີ່ປຸ່ນ

ຕອບກັບ

ຂ່າວ/ບົດ​ອື່ນ