ປຶ້ມວັນນະຄະດີ7ຫົວທີ່ມີຊື່ສຽງຂອງລັດເຊຍໄດ້ຮັບການແນະນຳຢູ່ຫວຽດນາມ

ປຶ້ມວັນນະຄະດີ7ຫົວທີ່ມີຊື່ສຽງຂອງລັດເຊຍໄດ້ຮັບການແນະນຳຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) – ​ ຕອນ​ຄ່ຳ​ວັນ​ທີ 14/10 ຢູ່​ຮ່າ​ໂນ້ຍ, ສູນ​ວິທະຍາສາດ ​ແລະ ວັດທະນະທຳ​ ​ລັດ​ເຊຍ ສົມທົບ​ກັບ​ກອງ​ທຶນໜູນ​ຊ່ວຍ​ໂຄສະນາ​ວັນນະຄະດີ ລັດ​ເຊຍ ​ແລະ ວັນນະຄະດີ ຫວຽດນາມ ​ໄດ້ສະ​ເໝີ​ປື້​ມ​ແປ​ວັນນະຄະດີ​ຄັ້ງ​ທີ 4. ປຶ້ມວັນນະຄະດີ 7 ຫົວ ຂອງ ລັດ​ເຊຍ ​ໄດ້​ແນະນຳ​ຢູ່ ຫວຽດນາມ ດ້ວຍ​ບັນດາປະ​ເພດ ​ເລື່ອງ​ນະວະ​ນີຍາຍ, ບົດ​ກະວີ, ບົດ​ລະຄອນ, ບົດ​ວິຈານ​ວັນນະຄະດີ.        ນັກ​ແປ​ພາສາ ຮ່ວາງທູ​ຍຕ່ວານ, ຜູ້ອຳນວຍການ​ກອງ​ທຶນ​ໜູນຊ່ວຍ​ໂຄສະນາ​ວັນນະຄະດີ ລັດ​ເຊຍ ​ແລະ ວັນນະຄະດີ ຫວຽ​ດນາມ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ ຫາ​ກໍ​ກ້າວ​ເດີນໄດ້ 1/3 ​ໄລຍະ​ທາງ​ເທົ່າ​ນັ້ນ ​ແລະ ບາ​ງ​ເທື່ອ​ຖັດຈາກ​ໂຄງການ​ນີ້ ຈະ​ມີ​ໂຄງການ​ອື່ນ, ພວກ​ຂ້າພະ​ເຈົ້າ ຫວັງ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ນີ້ ຈະ​ແມ່ນ​​ແຫຼ່ງປຸກລະດົມ​ກຳລັງ​ໃຈ ​ເພື່ອ​​ໃຫ້ບັນດາ​ຜູ້​ຊົມ​ຊອບ​ວັນນະຄະດີ ລັດ​ເຊຍ, ມີ​ຄວາມ​ສາມາດ​ດ້ານ​ພາສາ ຈະ​ຫ້າວຫັນ, ສຸດ​ຈິດ​ສຸດ​ໃຈ​ເຂົ້າ​ຮ່ວມ ​ເພື່ອ​ພ້ອມ​ກັບ​ພວກ​ຂ້າພະ​ເຈົ້າ​ເຮັດ​ສຳ​ເລັດ​ໂຄງການ”.

 

ຂ່າວ/ບົດ​ອື່ນ