ປຶ້ມສີ​ຟ້າ ທາງ​ການ​ທູດປະເທດ ຍີ່​ປຸ່ນ ຕຳ​ໜິ​ຕິ​ຕຽນ ຈີນ “ລະ​ເມີດ​ກົດ​ໝາຍ​ສາ​ກົນ”

(VOVWORLD) - ໃນປຶ້ມສີຟ້າ ທາງການທູດ ປີ 2021, ເປັນຄັ້ງທຳອິດ ຍີ່ປຸ່ນໄດ້ເຕື້ອງໂດຍກົງ ເຖິງການກະທຳແຊກຊຶມຂອງ ກ່ຳປັ່ນຈີນ ຢູ່ ເຂດ Senkaku/ຕຽວອີ ແມ່ນ “ລະເມີດກົດໝາຍສາກົນ”.

ປຶ້ມສີຟ້າທາງການທູດ 2021 ໂດຍກະຊວງການຕ່າງປະເທດ ຍີ່ປຸ່ນ ຫາກໍ່ປະກາດໃນຕອນເຊົ້າວັນທີ 27 ເມສາ, ຢູ່ວາລະປະຊຸມຂອງລັດຖະບານ. ປຶ້ມສີຟ້າທາງການທູດປີນີ້ໄດ້ເຕື້ອງເຖິງຢ່າງລະອຽດກ່ວາ ກ່ຽວກັບບັນດາການກະທຳຂອງ ຈີນ ຢູ່ເຂດ ທະເລຕາເວັນອອກ ແລະ ທະເລຮວາຕຸງ, ພ້ອມທັງເນັ້ນໜັກວ່າ “ການເພີ່ມທະວີກຳລັງການກະຫານທີ່ຂາດຄວາມປອດໄສ, ເປີດກ້ວາງແບບພຽງລຳພັງຝ່າຍດຽວ, ເພີ່ມທະວີການເຄື່ອນໄຫວການທະຫານ, ປະຕິບັດປ່ຽນແປງສະພາບການຢູ່ເຂດທະເລຕາເວັນອອກ ແລະ ທະເລຮວາຕຸງ ໄດ້ສ້າງຄວາມວິກຕົກກັງວົນຢ່າງແຮງຕໍ່ຄວາມໝັ້ນຄົງຂອງໂລກ ແລະ ພາກພື້ນ ໃນນັ້ນມີ ຍີ່ປຸ່ນ”.

        ໃນການພົວພັນທາງການທູດກັບຈີນ, ປີນີ້ ຍີ່ປຸ່ນ ຍັງຄົງກຳນົດວ່າ ແມ່ນ “ການພົວພັນຄູ່ຮ່ວມມືສອງຝ່າຍສຳຄັນທີ່ສຸດ”, ແຕ່ກໍ່ສະແດງຄວາມວິຕົກກັງວົນຕໍ່ບາງບັນຫາພາຍໃນປະເທດຈີນ, ພ້ອມທັງຕຳໜິຕິຕຽນຢ່າງແຮງຕໍ່ການກະທຳລະເມີດກົດໝາຍສາກົນ ຂອງຈີນ ໃນການເປີດກວ້າງການເຄື່ອນໄຫວຢູ່ພາກພື້ນທະເລຮວາຕຸງ.

ບຸ່ຍຮຸງ, ນັກຂ່າວ VOV ປະຈຳ ຍີ່ປຸ່ນ

ຕອບກັບ

ຂ່າວ/ບົດ​ອື່ນ