ປວງຊົນລາວຜູ້ມີສິດເລືອກຕັ້ງ ອອກມາໃຊ້ສິດເລືອກ ຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ຢ່າງຄຶກຄື້ນ

(VOVWORLD) - ຂປລ. ໃນວັນທີ 21 ກຸມພາ 2021 ນີ້, ການນຳພັກ-ລັດ ກໍຄື ປວງຊົນລາວຜູ້ມີສິດປ່ອນບັດເລືອກຕັ້ງ ໃນຂອບເຂດທົ່ວປະເທດ ໄດ້ອອກມາໃຊ້ສິດຂອງຕົນ ໃນບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ IX ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ, ນະຄອນຫລວງ ຊຸດທີ II ເພື່ອຄັດເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຕົນຢ່າງຄຶກຄື້ນ.
ປວງຊົນລາວຜູ້ມີສິດເລືອກຕັ້ງ ອອກມາໃຊ້ສິດເລືອກ ຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ຢ່າງຄຶກຄື້ນ - ảnh 1ປວງຊົນລາວຜູ້ມີສິດເລືອກຕັ້ງ ອອກມາໃຊ້ສິດເລືອກ ຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ ຢ່າງຄຶກຄື້ນ

ເຊິ່ງການເລືອກຕັ້ງຄັ້ງນີ້, ຜູ້ສະໝັກເປັນສະມາຊິກ ສະພາແຫ່ງຊາດ ມີ 224 ທ່ານ, ຍິງ 49 ທ່ານ,  ເລືອກເອົາ 164 ທ່ານ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ມີ 789 ທ່ານ, ຍິງ 227 ທ່ານ, ເລືອກເອົາ 492 ທ່ານ; ຜູ້ມີສິດປ່ອນບັດເລືອກຕັ້ງ ທົ່ວປະເທດມີທັງໝົດ 4.279.243 ຄົນ, ຍິງ 2.128.167 ຄົນ, ມີໜ່ວຍປ່ອນບັດທັງໝົດ 7.217 ໜ່ວຍ. ໃນນີ້ ມີ 40 ໜ່ວຍເລືອກຕັ້ງ ທີ່ປະຈໍາຢູ່ຕ່າງປະເທດ, ມີພົນລະເມືອງລາວອາໄສ ຢູ່ຕ່າງປະເທດ ມີສິດປ່ອນບັດເລືອກຕັ້ງ ຈຳນວນ 13.404 ຄົນ, ຍິງ 5.493 ຄົນ.

ສຳລັບເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ: ມີຜູ້ສະໝັກເປັນ ສສຊ ຈຳນວນ 23 ທ່ານ, ຍິງ 6 ທ່ານ, ເລືອກເອົາ 18 ທ່ານ,  ຜູ້ສະໝັກເປັນ ສສຂ ຈຳນວນ 49 ທ່ານ, ຍິງ 12 ທ່ານ, ເລືອກເອົາ 31 ທ່ານ, ທົ່ວນະຄອນຫລວງວຽງຈັນ ຜູ້ມີສິດເລືອກຕັ້ງມີ 629.600 ຄົນ, ຍິງ 320.224 ຄົນ ແລະ ມີໜ່ວຍປ່ອນບັດ 828 ໜ່ວຍ; ເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ: ມີຜູ້ສະໝັກເປັນ ສສຊ ຈຳນວນ 9 ທ່ານ, ຍິງ 3 ທ່ານ, ເລືອກເອົາ 6 ທ່ານ, ຜູ້ສະໝັກເປັນ ສສຂ ຈຳນວນ 38 ທ່ານ, ຍິງ 10 ທ່ານ, ເລືອກເອົາ 24 ທ່ານ, ມີຜູ້ມີສິດເລືອກຕັ້ງ 115.666 ກວ່າຄົນ, ຍິງ 56.887 ກວ່າຄົນ, ມີໜ່ວຍປ່ອນບັດ 248 ໜ່ວຍ; ເຂດເລືອກຕັ້ງທີ 3 ແຂວງຫລວງນ້ຳທາ: ມີຜູ້ສະໝັກ ສສຊ ຈຳນວນ 9 ທ່ານ, ຍິງ 3 ທ່ານ, ເລືອກເອົາ 6 ທ່ານ,  ຜູ້ສະໝັກ ສສຂ ຈຳນວນ 37 ທ່ານ, ຍິງ 7 ທ່ານ, ເລືອກເອົາ 21 ທ່ານ, ມີສິດເລືອກຕັ້ງ 118.695 ຄົນ, ຍິງ 59.287 ຄົນ, ມີໜ່ວຍປ່ອນບັດ 294 ໜ່ວຍ; ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ: ມີຜູ້ສະໝັກ ສສຊ ຈຳນວນ 10 ທ່ານ, ຍິງ 2 ທ່ານ, ເລືອກເອົາ 7 ທ່ານ,  ຜູ້ສະໝັກ ສສຂ ຈຳນວນ 39 ທ່ານ, ຍິງ 14 ທ່ານ, ເລືອກເອົາ 25 ທ່ານ, ມີຜູ້ມີສິດເລືອກຕັ້ງ 213.608 ຄົນ, ຍິງ 104.152 ຄົນ, ມີໜ່ວຍປ່ອນບັດ 407 ໜ່ວຍ; ເຂດເລືອກຕັ້ງທີ 5 ແຂງບໍ່ແກ້ວ: ມີຜູ້ສະໝັກ ສສຊ ຈຳນວນ 9 ທ່ານ, ຍິງ 3 ທ່ານ, ເລືອກເອົາ 6 ທ່ານ,  ຜູ້ສະໝັກ ສສຂ ຈຳນວນ 31 ທ່ານ, ຍິງ 12 ທ່ານ, ເລືອກເອົາ 21 ທ່ານ, ຜູ້ມີສິດເລືອກຕັ້ງ 118.099 ຄົນ, ຍິງ 53.311 ຄົນ, ມີມີໜ່ວຍປ່ອນບັດ 189 ໜ່ວຍ; ເຂດເລືອກຕັ້ງທີ 6 ແຂວງຫລວງພະບາງ:  ມີຜູ້ສະໝັກ ສສຊ ຈຳນວນ 13 ທ່ານ, ຍິງ 3 ທ່ານ, ເລືອກເອົາ 10 ທ່ານ,  ຜູ້ສະໝັກ ສສຂ ຈຳນວນ 57 ທ່ານ, ຍິງ 13 ທ່ານ, ເລືອກເອົາ 33 ທ່ານ, ຜູ້ມີສິດເລືອກຕັ້ງ 283.154 ຄົນ, ຍິງ 138.539 ຄົນ ແລະ ມີໜ່ວຍປ່ອນບັດ 676 ໜ່ວຍ; ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ: ມີຜູ້ສະໝັກ ສສຊ ຈຳນວນ 12 ທ່ານ, ຍິງ 2 ທ່ານ, ເລືອກເອົາ 9 ທ່ານ,  ຜູ້ສະໝັກ ສສຂ ຈຳນວນ 54 ທ່ານ, ຍິງ 19 ທ່ານ, ເລືອກເອົາ 32 ທ່ານ, ຜູ້ມີສິດເລືອກຕັ້ງ 278.889 ຄົນ, ຍິງ 135.878 ຄົນ, ມີໜ່ວຍປ່ອນບັດ 480 ໜ່ວຍ; ເຂດເລືອກຕັ້ງທີ 8 ແຂວງຫົວພັນ: ມີຜູ້ສະໝັກ ສສຊ ຈຳນວນ 10 ທ່ານ, ຍິງ 1 ທ່ານ, ເລືອກເອົາ 7 ທ່ານ,  ມີຜູ້ສະໝັກ ສສຂ ຈຳນວນ 49 ທ່ານ, ຍິງ 12 ທ່ານ, ເລືອກເອົາ 29 ທ່ານ, ຜູ້ມີສິດເລືອກຕັ້ງ 160.596 ຄົນ, ຍິງ 76.513 ຄົນ, ມີໜ່ວຍປ່ອນບັດ 420 ໜ່ວຍ; ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ: ມີຜູ້ສະໝັກ ສສຊ ຈຳນວນ 10 ທ່ານ, ຍິງ 1 ທ່ານ, ເລືອກເອົາ 7 ທ່ານ,  ມີຜູ້ສະໝັກ ສສຂ ຈຳນວນ 39 ທ່ານ, ຍິງ 12 ທ່ານ, ເລືອກເອົາ 25 ທ່ານ, ຜູ້ມີສິດເລືອກຕັ້ງ 163.582 ຄົນ, ຍິງ 77.576 ຄົນ, ມີໜ່ວຍປ່ອນບັດ 368 ໜ່ວຍ; ເຂດເລືອກຕັ້ງທີ 10 ແຂວງວຽງຈັນ: ຜູ້ສະໝັກ ສສຊ ຈຳນວນ 13 ທ່ານ, ຍິງ 2 ທ່ານ, ເລືອກເອົາ 10 ທ່ານ, ຜູ້ສະໝັກ ສສຂ ຈຳນວນ 53 ທ່ານ, ຍິງ 13 ທ່ານ, ເລືອກເອົາ 31 ທ່ານ, ຜູ້ມີສິດເລືອກຕັ້ງ 283.358 ຄົນ, ຍິງ 137.909 ຄົນ, ມີໜ່ວຍປ່ອນບັດ 496 ໜ່ວຍ; ເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ: ຜູ້ສະໝັກ ສສຊ ຈຳນວນ 10 ທ່ານ, ຍິງ 2 ທ່ານ, ເລືອກເອົາ 7 ທ່ານ,  ມີຜູ້ສະໝັກ ສສຂ ຈຳນວນ 39 ທ່ານ, ຍິງ 12 ທ່ານ, ເລືອກເອົາ 25 ທ່ານ, ຜູ້ມີສິດເລືອກຕັ້ງ 172.672 ຄົນ, ຍິງ 83.645 ຄົນ, ມີໜ່ວຍປ່ອນບັດ 201 ໜ່ວຍ; ເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ: ຜູ້ສະໝັກ ສສຊ ຈຳນວນ 12 ທ່ານ, ຍິງ 2 ທ່ານ, ເລືອກເອົາ 9 ທ່ານ, ມີຜູ້ສະໝັກ ສສຂ ຈຳນວນ 50 ທ່ານ, ຍິງ 19 ທ່ານ, ເລືອກເອົາ 30 ທ່ານ, ຜູ້ມີສິດເລືອກຕັ້ງ 272.459 ຄົນ, ຍິງ 140.039 ຄົນ, ມີໜ່ວຍປ່ອນບັດ 369 ໜ່ວຍ; ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ: ຜູ້ສະໝັກ ສສຊ ຈຳນວນ 25 ທ່ານ, ຍິງ 7 ທ່ານ, ເລືອກເອົາ 20 ທ່ານ, ມີຜູ້ສະໝັກ ສສຂ ຈຳນວນ 63 ທ່ານ, ຍິງ 23 ທ່ານ, ເລືອກເອົາ 39 ທ່ານ, ຜູ້ມີສິດເລືອກຕັ້ງ 539.822 ຄົນ, ຍິງ 279.557 ຄົນ, ມີໜ່ວຍປ່ອນບັດ 863 ໜ່ວຍ; ເຂດເລືອກຕັ້ງທີ 14 ແຂວງສາລະວັນ: ຜູ້ສະໝັກ ສສຊ ຈຳນວນ 12 ທ່ານ, ຍິງ 2 ທ່ານ, ເລືອກເອົາ 9 ທ່ານ,  ມີຜູ້ສະໝັກ ສສຂ ຈຳນວນ 44 ທ່ານ, ຍິງ 14 ທ່ານ, ເລືອກເອົາ 28 ທ່ານ, ຜູ້ມີສິດເລືອກຕັ້ງ 223.722 ຄົນ, ຍິງ 112.313 ຄົນ, ມີໜ່ວຍປ່ອນບັດ 358 ໜ່ວຍ; ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ: ຜູ້ສະໝັກ ສສຊ ຈຳນວນ 20 ທ່ານ, ຍິງ 3 ທ່ານ, ເລືອກເອົາ 15 ທ່ານ,  ມີຜູ້ສະໝັກ ສສຂ ຈຳນວນ 53 ທ່ານ, ຍິງ 13 ທ່ານ, ເລືອກເອົາ 35 ທ່ານ, ຜູ້ມີສິດເລືອກຕັ້ງ 480.719 ຄົນ, ຍິງ 241.590 ຄົນ, ມີໜ່ວຍປ່ອນບັດ 607 ໜ່ວຍ; ເຂດເລືອກຕັ້ງທີ 16 ແຂວງເຊກອງ: ຜູ້ສະໝັກ ສສຊ ຈຳນວນ 9 ທ່ານ, ຍິງ 3 ທ່ານ, ເລືອກເອົາ 6 ທ່ານ, ມີຜູ້ສະໝັກ ສສຂ ຈຳນວນ 30 ທ່ານ, ຍິງ 8 ທ່ານ, ເລືອກເອົາ 21 ທ່ານ, ຜູ້ມີສິດເລືອກຕັ້ງ 69.784 ຄົນ, ຍິງ 35.007 ຄົນ, ມີໜ່ວຍປ່ອນບັດ 99 ໜ່ວຍ; ເຂດເລືອກຕັ້ງທີ 17 ແຂວງອັດຕະປື: ຜູ້ສະໝັກ ສສຊ ຈຳນວນ 9 ທ່ານ, ຍິງ 3 ທ່ານ, ເລືອກເອົາ 6 ທ່ານ,  ມີຜູ້ສະໝັກ ສສຂ ຈຳນວນ 31 ທ່ານ, ຍິງ 8 ທ່ານ, ເລືອກເອົາ 21 ທ່ານ, ຜູ້ມີສິດເລືອກຕັ້ງ 94.803 ຄົນ, ຍິງ 48.262 ຄົນ, ມີໜ່ວຍປ່ອນບັດ 204 ໜ່ວຍ ແລະ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ: ຜູ້ສະໝັກ ສສຊ ຈຳນວນ 9 ທ່ານ, ຍິງ 1 ທ່ານ, ເລືອກເອົາ 6 ທ່ານ, ມີຜູ້ສະໝັກ ສສຂ ຈຳນວນ 30 ທ່ານ, ຍິງ 8 ທ່ານ, ເລືອກເອົາ 21 ທ່ານ, ຜູ້ມີສິດເລືອກຕັ້ງ 60.015 ຄົນ, ຍິງ 27.506 ຄົນ ແລະ ມີໜ່ວຍປ່ອນບັດ 110 ໜ່ວຍ.

ສ່ວນ 40 ໜ່ວຍເລືອກຕັ້ງທີ່ປະຈໍາຢູ່ຕ່າງປະເທດ, ມີພົນລະເມືອງລາວອາໄສຢູ່ຕ່າງປະເທດ ມີສິດປ່ອນບັດເລືອກຕັ້ງຈຳນວນ 13.404 ຄົນ, ຍິງ 5.493 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ