ປົວຢາວ ກຽມພ້ອມໃຫ້ ເວທີປາໄສ ອາຊີ 2012

ປົວຢາວ ກຽມພ້ອມໃຫ້ ເວທີປາໄສ ອາຊີ 2012 - ảnh 1
ເວທີປາໃສອາຊີ
(ພາບ:ອິນເຕີແນັດ)

( vovworld ) ​ເວທີ​ປາ​ໄສ​ອາຊີ-​ປົວຢາ​ວປີ 2012 ຈະ​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 1-3/4 ຢູ່​ໄຮ່​ໜານ​ ປະ​ເທດ ຈີນ. ​ເວທີ​ປາ​ໄສ​ປີ​ນີ້​ມີ​ຫົວ​ຂໍ້​ວ່າ “ອາຊີ​ໃນ​ໂລກ​ທີ່​ປ່ຽນ​ແປງ, ມຸ້ງ​ໄປ​ເຖິງ​ການ​ພັດທະນາ​ກະຈ່າງ​ແຈ້ງ ​ແລະ ໝັ້ນຄົງ“. ​ໂດຍ​ໄດ້​ຮັບ​ການປຽບທຽບ​ຄື​ກັນ​ກັບ ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (Davos), ເວທີ​ປາ​ໄສ​ອາຊີ-​ປົວ​ຢາ​ວ ນັບ​ມື້​ນັບ​ໄດ້​ດຶງ​ດູດຄວາມ​ສົນ​ໃຈຂອງ​ບັນດາການ​ນຳ​ດ້ານ​ການ​ເມືອງ, ວິ​ສາ​ຫະກິດ, ວົງ​ການ​ນັກຮຽນ​ຮູ້ ບໍ່​ພຽງ​ແຕ່​ມາ​ຂຈາກ​ພາກ​ພື້ນ​ອາຊີ ​ເທົ່າ​ນັ້ນ, ຫາກ​ຍັງ​ມາ​ຈາກ​ຫຼາຍ​ພາກ​ພື້ນ​ອື່ນໆ​ໃນ​ໂລກ​ອີກ​ດ້ວຍ. ປະຈຸ​ບັນ, ທຸກໆ​ວຽກ​ງານ​ກະກຽມ​ໃຫ້​ເຫດການ​ເສດຖະກິດ​ສຳຄັນ​ນີ້ ກໍ​ໄດ້​ປະຕິບັດ​ສຳເລັດ​ແລ້ວ. ຕາມ​ຂ່າວ​ຈາກ​ຄະນະ​ຈັດຕັ້ງ​ແລ້ວ, ​ເວທີ​ປາ​ໄສ​ຄັ້ງນີ້ ​ໄດ້​ດຶງ​ດູດ​ຜູ້​ແທນ​ກ່ວາ 2000 ທ່ານ. ນອກຈາກ​ຫົວ​ຂໍ້​ຕົ້ນຕໍ, ບັນດາ​ຜູ້​ແທນ​ຈະ​ປຶກສາ​ຫາລື​ບັນດາ​ບັນຫາ​ກ່ຽວ​ຂ້ອງ​ເຖິງ​ວິ​ກິດ​ການ​ໜີ້​ສິນ​ຂອງ​ລັດ, ວຽກ​ເຮັດ​ງານ​ທຳ ​ແລະ ການຈະ​ເລີ​ນ​ເຕີບ​ໂຕ, ການ​ປະຕິ​ຮູບ​ລະບົບ​ເງິນຕາ​ຕ່າງປະ​ເທດ….​ພິ​ເສດ, ​ເວທີ​ປາ​ໄສ​ປີ​ນີ້ ຈະ​ຈັດການ​ປຶກສາ​ຫາລື​ກ່ຽວ​ກັບ​ອາ​ຊຽນດ້ວຍ​ຫົວ​ຂໍ້​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ ​ແລະ​ ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ