ປ້ອງ​​ກັນຄວາມ​​ສະ​ຫງົບ ແລະ ຄ​ວາມປອດ​ໄພ​ໃນ​ວັນ​ເລືອກ​ຕັ້ງ​ຢ່າງເດັດຂາດ

(VOVWORLD) -ທີ່ກອງປະຊຸມ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ໄດ້ອອກຄຳສັ່ງອອກເຄື່ອນທັບ ຮັບປະກັບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV  ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ໃນທົ່ວກຳລັງຕຳຫຼວດປະຊາຊົນ.
ປ້ອງ​​ກັນຄວາມ​​ສະ​ຫງົບ ແລະ ຄ​ວາມປອດ​ໄພ​ໃນ​ວັນ​ເລືອກ​ຕັ້ງ​ຢ່າງເດັດຂາດ - ảnh 1ທ່ານລັດຖະມົນຕີກະຊວງຕຳຫຼວດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 12 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ໄດ້ຈັດກອງປະຊຸມທົ່ວກອງທັບທາງອອນລາຍ ປຸກລະດົມອອກເຄື່ອນພົນເພື່ອປ້ອງກັນຄວາມສະຫງົບ ກ່ອນຈັດຕັ້ງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ທ່ານ ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດ ເວືອງດິ່ງເຫ້ວ ເປັນປະທານກອງປະຊຸມ.

ຕີລາຄາສູງຄວາມເປັນເຈົ້າການຂອງກຳລັງຕຳຫຼວດປະຊາຊົນ ແລະ ບັນດາກຳລັງ ໃນການຮັບປະກັນວຽກງານປ້ອງກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນວັນເລືອກຕັ້ງ, ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ ກະຊວງຕຳຫຼວດສືບຕໍ່ສ້າງບັນດາວິທີການ, ແຜນການປ້ອງກັນການເລືອກຕັ້ງ ໃຫ້ສົມບູນແບບ, ພ້ອມແລ້ວທີ່ຈະແກ້ໄຂບັນດາກໍລະນີເກີດຂຶ້ນໃໝ່, ໃນນັ້ນມີກໍລະນີ ຈັດຕັ້ງການປ່ອນບັດເລືອກຕັ້ງຢູ່ເຂດແຍກຕົວທີ່ສັບສົນ ຍ້ອນໂລກລະບາດໂຄວິດ - 19. ທ່ານກ່າວວ່າ:

ເພີ່ມທະວີການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບັນດາຂົງເຂດ, ຈຸດສຸມແມ່ນຮັບປະກັນຄວາມສະຫງົບດ້ານການເມືອງພາຍໃນ, ຄວາມສະຫງົບທາງສັງຄົມ, ຄວາມສະຫງົບຢູ່ບັນດາບໍລິເວນຍຸດທະສາດ ແລະ ຈຸດສຸມ, ຄວາມສະຫງົບເຂດຊາຍແດນ. ຍູ້ແຮງການ ປາບປາມອາດຊະຍາກຳປະເພດຕ່າງໆ, ບໍ່ປະໃຫ້ບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການ, ບຸກຄົນທີ່ບໍດີສວຍໃຊ້ເຮັດໃຫ້ຂາດຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ກໍ່ຜົນກະທົບຕໍ່ການກະກຽມ, ຈັດຕັ້ງການເລືອກຕັ້ງ.

ທີ່ກອງປະຊຸມ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ໄດ້ອອກຄຳສັ່ງອອກເຄື່ອນທັບ ຮັບປະກັບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV  ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ໃນທົ່ວກຳລັງຕຳຫຼວດປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ