ປ້ອງກັນແລະຕ້ານ ວັນນະໂລກແມ່ນ ຄາດໝາຍ ພັດທະນາເສດຖະກິດ ສັງຄົມ

ປ້ອງກັນແລະຕ້ານ ວັນນະໂລກແມ່ນ ຄາດໝາຍ ພັດທະນາເສດຖະກິດ ສັງຄົມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນຢ້ຽມຢາມ​ຄົນ​ເຈັບ
( ພາບ:cpv.org.vn)

Vovworld- ວັນທີ 18/3 ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີໂຮມຊຸ່ມນຸມມິດຕິງຕອບ ສະໜອງ “ ວັນໂລກປ້ອງກັນ ແລະ ຕ້ານວັນນະໂລກ ” (14/3) ​ແລະ ການ​ຍ່າງ​ດ້ວຍ​ຫົວ​ເລື່ອງ “ ການປ້ອງກັນ ແລະ ຕ້ານວັນນະໂລກ​ເພື່ອ​ສຸຂະພາບ​ຂອງ​ວົງ​ຄະນະ​ຍາດ ” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ແລະ ປະ​ຊາຊົນ 5000 ກ່ວາຄົນ. ກ່າວ​ຄຳ​​ເຫັນ​ທີ່​ພິທີ​ດັ່ງ​ກ່າວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນທຸກຊັ້ນຄົນ ຈົ່ງເປັນເຈົ້າການຕັ້ງໜ້າປ້ອງກັນ ແລະ ຕ້ານວັນນະໂລກ, ພ້ອມກັນນັ້ນ ກໍສະເໜີອຳນາດການປົກຄອງຂັ້ນຕ່າງໆຕ້ອງຖືການປ້ອງກັນ ແລະ ຕ້ານວັນ ນະໂລກແມ່ນ 1 ໃນບັນດາຄາດໝາຍຂອງການພັດທະນາເສດຖະກິດສັງຄົມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນກ່າວວ່າ : “ ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ປະຊາຊົນທຸກ​ຄົນ, ຈົ່ງ​ເປັນ​ເຈົ້າ​ການ​ຕັ້ງໜ້າ​ປ້ອງ​ກັນ​ແລະ​ຕ້ານ​ພະຍາດ​ວັນນະ​ໂລກ​ເພື່ອ​ສຸຂະພາບ​ຂອງ​ຕົນ, ຄອບຄົວ​ຕົນ ​ແລະ ສັງຄົ​ມຂອງ​ພວກ​ເຮົາ. ກະຊວງ​ສາທາລະນະ​ສຸກ, ສະພາກາ​​ແດງ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຕ້ອງ​ມີ​ແຜນການ​ ປ້ອງ​ກັນ​ແລະ​ຕ້ານ​ພະຍາດ​ວັນນະ​ໂລກ​ຢ່າງ​ແຂງ​ແຮງ​ກ່ວາ​ອີກ, ມີ​ປະສິດທິ​ຜົນ​ກ່ວາ​ອີກ ​ເພື່ອ​ບັນລຸ​ຈຸດໝາຍ ຮອດ​ປີ 2015 ຫຼຸດ​ອັດຕາ​ຄົນ​ເຈັບ​ຕິດພະຍາດ​ວັນນະ​ໂລກຢູ່ຫວຽດນາມລົງເຫຼືອພຽງເຄິ່ງໜຶ່ງເມື່ອທຽບໃສ່ປີ2000, ຫຼຸດອັດຕາການຕາຍ ຍ້ອນພະຍາດ​ວັນນະ​ໂລກ​ລົງເຫຼືອພຽງເຄິ່ງໜຶ່ງເມືອ່ທຽບໃສ່ປີ 2000 ແລະ ກ່ອນປີ 2030 ນຳຫວຽດນາມຫຼຸດພົ້ນອອກຈາກບັນຊີລາຍຊື່ 22 ປະເທດມີອັດຕາຄົນເຈັບ ຕິດພະຍາດ​ວັນນະ​ໂລກ​ ແລະ ຕາຍຍ້ອນພະຍາດ​ວັນນະ​ໂລກ​ສູງກ່ວາໝູ່ໃນໂລກ”

 

ຂ່າວ/ບົດ​ອື່ນ