ປະກອບຄຳຄິດຄຳ ເຫັນປັງປຸງລັດຖະ ທຳມະນູນ ປີ 1992 ຢ່າງຄົບຊຸດ

ປະກອບຄຳຄິດຄຳ ເຫັນປັງປຸງລັດຖະ ທຳມະນູນ ປີ 1992 ຢ່າງຄົບຊຸດ - ảnh 1
ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3​ຄະນະ​ຮຽບຮຽງ​ຮ່າງ​ລັດຖະທຳ​ມະນູນ (ສະບັບ​ປັບປຸງ) 1992
(ພາບ: http://uongchuluu.net)

(vovworld) ວັນ​ທີ 8/2, ພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລື​ວ, ຜູ້​ປະຈຳ​ຄະນະ​ຮຽບຮຽງ​ຮ່າງ​ລັດຖະທຳ​ມະນູນ (ສະບັບ​ປັບປຸງ) 1992 ​ໄດ້​ຈັດ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 3, ​ເພື່ອຮັບ​ຟັງ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ແລະ ​ລາຍ​ງານ​ບາງ​ບັນຫາ​ກ່ຽວ​ກັບ​ການ​ດັບ​ປັບ, ​ເພີ່ມ​ເຕີ່​ມ​ລັດຖະທຳ​ມະນູນ. ການຕີ​ລາຄາຂອງ​ກຳມາທິການ​ຮ່າງລັດຖະທຳ​ມະນູນ​ປີ 1992 ​ສະບັບ​ປັບປຸງ​​ໄດ້ຊີ້ໃຫ້​ເຫັນ​ວ່າ: ລັດຖະທຳ​ມະນູນ​ໄດ​້ຮັບ​ການ​ປະກາດ​ໃຊ້​ໃນ​ສະພາບ​ການ​ທີ່ຫວຽດນາມ​ພວມ​ຢູ່​ໃນ​ຊຸມ​ປີຕົ້ນ​ແຫ່ງ​ການປະຕິບັດ​ກິດຈະ​ການ​ປ່ຽນ​​ແປງ​​ໃໝ່ປະ​ເທດ​ຊາດ​ ​ໂດຍ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 6 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 6 (​ເມືອ​ປີ 1986) ​​ວາງ​ອອກ. ລັດຖະທຳ​ມະນູນ​ປີ 1992 ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແມ່ນ​ພື້ນຖານ​ດ້ານ​ການ​ເມືອງນິຕິ​ທຳ​ໃຫ້​ແກ່​ການ​ປະຕິບັດ​ກິດຈະກຳປ່ຽນ​ແປງ​ໃໝ່ປະ​ເທດ​ຊາດ, ບັນດາ​ຜົນງານ​ທີ່​ມີ​ຄວາມ​ໝາ​ຍປະຫວັດສາດທີ່​ບັນລຸ​ໄດ້​ໃນ​ໄລຍະ​ກ່ວາ 20 ປີຜ່ານ​ມາ​​ແມ່ນບໍ່​ຕັດ​ແຍກ​ອອກ​ຈາກ​​ການ​ປະກອບສ່ວນທີ່​ສຳຄັນ​ຂອງ​ວິວັດ​ການ​ປະຕິບັດ​ລັດຖະທຳ​ມະນູນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພາຍຫຼັງ 20 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ລັດຖະທຳ​ມະນູນ​ຄວນໄດ້​ຮັບ​ການ​ປັບປຸງ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ວິວັດ​ການ​ພັດທະນາ​ປະ​ເທດ​ຊາດ ​ແລະ ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຕາມກຳນົດ​ທິດສັງຄົມ​ນິຍົມ ພ້ອມ​ກັບ​ການ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ປະ​ເທດ​ຊາດ. ຄະນະ​ຮຽບຮຽງ​ໄດ້​ຮັບ​ຮູ້​ວ່າ: ລັດຖະທຳ​ມະນູນ​ປີ 1992 ​ຄວນໄດ້​ຮັບ​ການປັງ​ປຸງ​ຢ່າງ​ຄົບ​ຊຸດບັນດາ​ເນື້ອ​ໃນ​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ ​ແລະ ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ອົງການ​ລັດ​​,​ ບັນດາ​ເນື້ອ​ໃນ​ກ່ຽວ​ກັບ​ວັດທະນະທຳ, ສັງຄົມ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີກໍ່​ຄື​ສິດ​ທິມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ ​ເພື່ອ​​ເໝາະ​ສົມ​ກັບ​ແຜນ​ນະ​ໂຍບາຍຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ສືບ​ຕໍ່ສູ້​ແຮງ​ກິດຈະການ​ປ່ຽນ​ໃໝ່​ຢ່າງຮອບດ້ານ, ​ເໝາະ​ສົມ​ກ່ຽວ​ກັບ​ເສດຖະກິດ ​ແລະ ການ​ເມືອງ ​ເພື່ອ​ຈຸດໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາ​ດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸ​ຕິ​ທຳ, ສີວິ​ໄລ. ໜ້າ​ທີ່​ຂອງ​ລັດຖະທຳ​ມະນູນ​ໃນ​ສະພາບ​ການ​ໃໝ່​ແມ່ນ​ສ​້າງພື້ນຖານ​ດ້ານ​ກົດໝາຍ​ເປັນ​ປົກກະຕິ, ໝັ້ນຄົງ, ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

​ເລື່ອງ​ປັບປຸງ​ລັດຖະທຳ​ມະນູນ ​​ແມ່ນ​ເພື່ອ​ກ້າວ​ໄປ​ເຖິງ​ການ​ກໍ່ສ້າງ ​ແລະ ສ້າງ​ສຳ​ເລັດ​ພື້ນຖານ​ເສດຖະກິດ​ການຕະຫຼາດ​ຕາມກຳນົດ​ທິດ​ສັງຄົມ​ນິຍົມ, ພັດທະນາ​ວັດທະນະທຳ, ການ​ສຶກສາ, ວິທະຍາສາດ, ​ເຕັກ​​ໂນ​ໂລ​ຢີ, ຮັບປະກັນ​ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ປັບປຸງ​ລັດຖະທຳ​ມະນູນ​​ເພື່ອ​ສືບ​ຕໍ່​ຍູ້​ແຮງ​ກິດຈະ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ປັບປຸງ​ເພື່ອ​ຢັ້ງຢືນ ​ແລະ ຮັບປະກັນ​ການ​ປະຕິບັດ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ສືບ​ຕໍ່​ຢືນຢັນ​ການ​ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່​ລັດ ​ແລະ ສັງ​ຄົມ, ​ເສີມ​ຂະຫຍາຍປັດ​ໄຈ​ມະນຸດ​, ​ເຄົາລົບ​ນັບຖື, ຮັບປະກັນ, ປົກປັກ​ຮັກສາ​ສິດ​ຂອງ​ມະນຸດ, ສິດ​ທິ​ພົນລະ​ເມືອງ, ສ້າງ​ສຳ​ເລັດ​ລັດ​ຫວຽດນາມແຫ່ງ​ອຳນາດນິຕິບັນ​ຍັດ​ສັງ​ຄົມ​ນິຍົມ.

ຂ່າວ/ບົດ​ອື່ນ