ປະກອບຄຳຄິດຄຳເຫັນໃສ່ຮ່າງລັດຖະທຳມະນູນສະບັບປັບປຸງ

ປະກອບຄຳຄິດຄຳເຫັນໃສ່ຮ່າງລັດຖະທຳມະນູນສະບັບປັບປຸງ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 29/01, ຢູ່​ຮ່າ​ໂນ້ຍ, ກຳມາ​ທິການການ​ຕ່າງປະ​ເທດສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຈັດ “ກອງ​ປະຊຸມ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງບັນດາ​ພະນັກງານ​ອາວຸ​ໂສ, ສະມາຊິກ​ກຳ​ມາທິການ​ ການຕ່າງປະ​ເທດ ​ແລະ ບັນດາ​ຜູ້ເຮັດ​ວຽກ​ງານ​ຄົ້ນຄວ້າ. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ປະກອບ​ຄຳ​ຄິດ​ຄ​ຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ພົວພັນ​ຕ່າງປະ​ເທດ​ຄື: ການ​ຫັນ​ແນວທາງ​ການ​ຕ່າງປະ​ເທດ​ໃນ​ຮ່າງ​ປັບປຸງ​ລັດຖະທຳ​ມະນູນປີ 1992 ​ເປັນ​ລະບອບ​ກົດໝາຍ; ພື້ນຖານດ້ານທິດ​ສະ​ດີ ​ແລະ ພຶດຕິ​ກຳຕົວ​ຈິງຂອງການ​ປັບປຸງ, ​ເພີ່ມ​​ເຕີ່ມ​ສິດ​​ໃຫ້​ສັດຕະຍາບັນ​ສິດທິ​ສັນຍາ, ຄວາມ​ສອດຄ່ອງ ​ລະຫວ່າງ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ສິດທິ​ມະ​ນຸດ​ໃນ​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ດ້ວຍບັນດາ​ສັນຍາ​ສາກົນ​ທີ່​ກ່ຽງ​ຂ້ອງ​ເຖິງ​ສິດ​ທິ​ມະນຸດ​ເຊິ່ງຫວຽດນາມ ​ໄດ້​ລົງ​ນາມ ຫຼື ​ເຂົ້າ​ຮ່ວມ; ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ການຈັດ​ແບ່ງວຽກ​ງານ, ການສົມທົບ​ລະຫວ່າງ​ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ, ລັດຖະບານ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ລັດ. ນອກຈາກ​ນັ້ນ, ບັນດາ​ຜູ້​ແທນ​ຍັງ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ຫຼາຍ​ບັນຫາ​ອື່ນ​ອີກ​ໃນ​ຮ່າງ​ລັດຖະທຳ​ມະນູນສະບັບ​ປັບປຸງ ກໍ​ຄື​ທາງ​ດ້ານ​ວິ​ສາ​ການສ້າງ​ລັດຖະທຳ​ມະນູນ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບຮ່າງ​ປັບປຸງ​ລັດຖະທຳ​ມະນູນປີ 1992 ​ໃຫ້​ແທດ​ເໝາະ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ສະພາບ​ຕົວ​ຈິງ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່.

        ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບຮ່າງ​ປັບປຸງ​ລັດຖະທຳ​ມະນູນປີ 1992 ທີ່​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ, ມາດ​ຕາ​ທີ 5 ຂອງຮ່າງ​ລັດຖະທຳ​ມະນູນ​ສະບັບປັບປຸງ​ກ່ຽວ​ກັບ​ການ​ສືບ​ຕໍ່​ຢືນຢັນ​ບັນ​ຫາ​ຊົນ​ເຜົ່າ ​ແລະ ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ ​ແລະ ຍາວ​ນານ ກໍ​ໄດ້​ຮັບການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຫຼາຍ​ຢ່າງ. ທ່ານ ລູ່​ວັນ​​​ແກ, ອະ​ດີດປະທານ​ສະພາ​ຊົນ​ເຜົ່າ​ໄດ້​ຖື​ວ່າ ລັດຖະທຳ​ມະນູນ​ກຳນົດ​ໄດ້​ວ່າ “ຫວຽດນາມ​ແມ່ນ​ປະ​ເທດ​ທີ່​ມີ​ຫຼາຍ​ຊົນ​ເຜົ່າ, ບັນຫາ​ຊົນ​ເຜົ່າ ​ແລະ ສາມັກຄີ​ລະຫວ່າງບັນດາ​ເຜົ່າ​ມີ​ທີ່ຕີ​ຕັ້ງ​ຍຸດ​ທະ​ສາດ​ອັນ​ໃຫຍ່​ຫຼວງ ​ແລະ ຍາວ​ນານ” ​ແລະ ຕ້ອງ​ຢືນຢັນ​ວ່າ ລັດ​ຮັບປະກັນ​ປະຕິບັດ​ນະ​ໂຍບາຍພັດທະນາ​ເຂດ​ຊົນ​ເຜົ່າ​ຢ່າງ​ຮອບດ້ານ, ໝັ້ນຄົງ​, ທ່ານ​ກ່າວ​ວ່າ.

        “ຕ້ອງ​ຍົກ​ສູງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ລັດ​ໃນ​ວຽກ​ງານ​ຮັບປະກັນ​ການ​ປະ​ຕິ​ບັດ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ຊົນ​ເຜົ່າ​ພ້ອມ​ກັນ​ພັດທະນາ. ບັນດາ​​ເຜົ່າ​ສ່ວນ​ໜ້ອຍ​ຕ້ອງ​ເສີມ​ຂະ​ຫຍາ​ຍກຳລັງ​ພາຍ​ໃນ​ເພື່ອ​ພັດທະນາ, ​ແກ້​ໄຂ​ແນວ​ຄິດ​ຄອຍ​ຖ້າ​ເພິ່ງ​ພາ​ອາ​ໄສ​ແຕ່​ຂັ້ນ​ເທິງ. ​ຮັດ​ແຄບ​ຊ່ອງ​ຫວ່າງລະຫວ່າງ​ຄວາມ​ຮັ່ງມີ ​ແລະ​ ທຸກ​ຍາກ​ເທື່ອ​ລະ​ກ້າວ. ກຳນົດ​ບັນດາ​ຫຼັກການ​ພື້ນຖານ​ໃນ​ນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ພັກ ​ແລະ ລັດ​ເຮົາ, ​ເຮັດ​​ໄດ້ຄື​ແນວ​ນັ້ນ​ແມ່ນ​ດີ​ພໍ​ສົມຄວນ, ​​ແທດເໝາະ​ກັບ​ສະພາບ​ຕົວ​ຈິງ; ຖ້າ​ຫາກ​ຜູ້​ໃດ​ປະຕິບັດ​ບໍ່​ດີ ຫຼື ບໍ່​ປະຕິດ​ບັດ​ໜຶ່ງ​ໃນ​ບັນດາ​ຫຼັກການ​ດັ່ງກ່າວ ​ແມ່ນ​ລະ​ເມີດ​ນະ​ໂຍບາຍ​ຊົນ​ເຜົ່າ ​​ແລະ ຈະກໍຜົນ​ຮ້າຍ​ຢ່າງ​ໜັກ​ໜ່ວງ​”.


ຂ່າວ/ບົດ​ອື່ນ