ປະກອບຄຳເຫັນຕໍ່ ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານ ສູນກາງພັກຊຸດທີ 11

ປະກອບຄຳເຫັນຕໍ່ ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານ ສູນກາງພັກຊຸດທີ 11 - ảnh 1

(ພາບ:hanoimoi.com.vn)

(vovworld)- ​​ບັນດາ​ເນື້ອ​ໃນ​ໄດ້​ຮັບ​ການ​ປຶກສາ​ຫາລື​ທີ່​ກອງ​ປະຊຸມຄັ້ງທີ 7 ຄະນະ​ບໍລິຫານ​ງານ​ສູນ​ກາງພັກຊຸດທີ 11 ສືບ​ຕໍ່​ໄດ້​ຮັບ​ຄວາ​ມສົນ​ໃຈ​ຢ່າງ​ກ້ວາງ​ຂວາງ​ຈາກ​ບັນດາ​ພະນັກງານ, ສະມາຊິກ​ພັກ​ໃນ​ທົ່ວ​ປະ​ເທດ. ທ່ານ​ຫງວຽນ​ທ້ວນ ປະທານ​ສະພາກາ​ແດງ​ນະຄອນ​ດ່າ​ນັງ ​ຖື​ວ່າ:

   “​ຫົກ​ເນື້ອ​ໃນ​ໄດ້​ຍົກ​ອອກ​ມາ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ມີ​ການ​ກ່ຽວຂ້ອງ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່ທັງ​ໝົດ​ຂອງ​ປະຊາຊົນ, ​ໃນ​ນັ້ນພວກ​ຂ້າພະ​ເຈົ້າມີ​ຄວາມ​ສົນ​ໃຈ​ຕໍ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ. ຖ້າ​ຫາກ​ວ່າ ພັກການ​ເມືອງ​ໃດ, ລັດຖະບານ​ໃດຖື​ເບົ​າສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ຍາກ​ທີ່​ຈະ​ນຳພາ​ປະຊາຊົນ​ໄດ້. ສະນັ້ນ, ​ເນື້ອ​ໃນ​ທີ​ສອງ​ທີ່​ຄະນະ​ບໍລິຫານ​ງານ​ສູນ​ກາງຄັ້ງທີ 7 ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ພັກ, ທຸກໆ​ການ​ເຄື່ອນ​ໄຫວ​ຂອງ​ພັກ, ລັດ​ກໍ່​ຄື​ອຳ​ນາດ​ການ​ປົກຄອງ​ລ້ວນ​ແຕ່​ເພື່ອ​ປະຊາຊົນ​ແມ່ນ​ເໝາະ​ສົມ​, ຖືກຕ້ອງທີ່​ສຸດ“

   ທ່ານ​ຫງວຽນ​ຊວນ​ຕຸ່ງ, ຮອງ​ເລຂາ​ປະຈຳ​ອົງຄະ​ນະ​ພັກ​ຕາ​​ແສງ​ຮ່ວາ​ທ້ວນ​ໄຕ ​ເມືອງ​ຫາຍ​ເຈົາ, ນະຄອນ​ດ່າ​ນັງ ຖື​ວ່າ: ຄະນະ​ບໍລິຫານ​ງານ​ສູນ​ກາງພັກ ຕ້ອງ​ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ:

   “​ປະສິດທິ​ຜົນ​ໃນ​ເບື້ອງ​ຕົ້ນ​ຂອງການປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ​ແມ່ນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ປະຊາຊົນໄດ້​. ບັນ​ດາຮາກ​ຖານ​ຂອງ​ພັກກໍ່​ເຫັນ​ໄດ້, ຕີ​ລາຄາ​ການລະ​ເມີດຢ່າງ​ຊື່​ຕົງ. ຂ້າພະ​ເຈົ້າປາດ​ຖະໜາ​ວ່າ, ທີ່​ກອງ​ປະຊຸມ​ສູນ​ກາງພັກຄັ້ງທີ 7 ນີ້, ກົມ​ການ​ເມືອງ​ຄວນ​ສືບ​ຕໍ່​ເນັ້ນໜັກ ​ແລະ ຜັນ​ຂະຫຍາຍ​ມະຕິ​ສູ​ນກາງ​ພັກ​ຄັ້ງທີ 4 ທີ່​ມີ​ລັກສະນະ​ຍາວ​ນານ“.

 

 

ຂ່າວ/ບົດ​ອື່ນ