ປະກອບຄຳເຫັນປັບປຸງຮ່າງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ປະກອບຄຳເຫັນປັບປຸງຮ່າງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ  - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 19/3, ຢູ່​ນະຄອນ ດ່າ​ນັ້ງ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ນິຕິບັນຍັດ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ປະກອບ​ຄຳ​ເຫັນ​ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກສະພາ​ປະຊາຊົນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ສະມາຊິກ​ໄດ້​ສຸມ​ໃສ່​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ອົງການ​ໃນ​ການ​ຊີ້​ນຳ,​ ຈັດ​ຕັ້ງການ​​ເລືອກຕັ້ງ; ມາດຖານ​ຂອງ​ຜູ້ຮັບ​ສະໝັກ​ເລືອກ​ຕັ້ງ​​ເປັນສະມາຊິກ; ອົງ​ປະກອບ; ພາກສ່ວນ ​ແລະ ການຈັດ​ແບ່ງ​ສະມາຊິກ; ​ເງື່ອນ​ໄຂ​ປະຕິບັດ​ສິດ​ເລືອກ​ຕັ້ງ, ສິດ​ຮັບ​ສະໝັກ​ເລືອກ​ຕັ້ງ ​ແລະ ຮັບ​ສະໝັກ​ເລືອກ​ຕັ້ງ​ດ້ວຍ​ຕົນ​ເອງ​ເຂົ້າ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ… ນັກ​ຊ່ຽວຊານ​ຈຳນວນ​ໜຶ່ງຖື​ວ່າ: ຄວນ​​ຂໍ້​ກຳນົດ​ອັດຕາ​ສ່ວນ​ສະມາຊິກສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​​​ແມ່ຍິງ, ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢ່າງລະອຽດ; ຕິດຕາມ​ກວດກາ​ຂອດ​​ເຈລະຈາຜູ້​ຮັບສະໝັກ​ເລືອກ​ຕັ້ງ​ຢ່າງ​ແໜ້ນ​ແຟ້ນ… ທ່ານ​ຮອງສາ​ສະ​ດາ​ຈານ ດຣ ດິງຊວນ​ຖາວ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ນິຕິບັນຍັດ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຖື​ວ່າ:

  ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້, ພວກ​ເຮົາ​ພ້ອມ​ກັນ​ປຶກສາ​ຫາລື, ​ໄຈ້​ແຍກ, ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ສ້າງ ​ແລະ ປັບປຸງ​ຮ່າງ​ກົດໝາຍ​. ນີ້​ກໍ່​ແມ່ນ​ກາລະ​ໂອກາດ​ຫາ​ຍາກ​ທີ່​ສຸດ ເພື່ອ​ປະກອບ​ຄຳ​ເຫັນ​ໂດຍ​ກົງ​ກ່ອນ​ທີ່​ສະພາ​ແຫ່ງ​ຊາດ​ຈະພິຈາລະນາ​ຄັ້ງ​ສຸດ​ທ້າຍ ​ເພື່ອ​ຮັບຮອງ​ເອົາ​ຮ່າ​ງ ກົດໝາຍ​ນີ້​ໃນ​ເດືອນ 6 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ