ປະກອບຄຳເຫັນເພື່ອສ້າງຮ່າງກົດໝາຍວ່າດ້ວຍການນຳໃຊ້ຂໍ້ມູນຂ່າວສານ

ປະກອບຄຳເຫັນເພື່ອສ້າງຮ່າງກົດໝາຍວ່າດ້ວຍການນຳໃຊ້ຂໍ້ມູນຂ່າວສານ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 16/03, ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ຈັດ​ຕັ້ງ​ກອງ​ປະຊຸມ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍການ​ນຳ​ໃຊ້​ຂໍ້​ມູນ​ຂ່າວສານ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຮ່າງ​ກົດໝາຍທີ່​ຈະ​​ຍືນສະ​ເໜີ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ເພື່ອ​ຮັບຮອງ​ເອົ​າ. ​ເນື້ອ​ໃນ​ຈຳນວນໜຶ່ງ ທີ່​ໄດ້​ບັນດາ​ສະມາ​ຊິກສະພາ​ແຫ່ງ​ຊາດ​ສຸມ​ໃສ່​ປຶກສາ​ຫາລື​​ໃນ​ກອງ​ປະຊຸ​ມຄື: ປະກອບ​ຄຳ​ເຫັນ​ກ່ຽວ​ກັບຂອບ​ເຂດ​ປັບປຸງ​ຂອງ​ຮ່າງ​ກົດໝາຍ, ຫົວໜ່ວຍ, ສ່ວນ​ບຸກຄົນມີ​ສິດ​ນຳ​ໃຊ້ຂໍ້​ມູນ​ຂ່າວສານ; ຫົວໜ່ວຍ, ສ່ວນ​ບຸກຄົນມີ​ຄວາມ​ຮັບຜິດຊອບ​ສະໜອງ​ຂໍ້​ມູນ​ຂ່າວສານ; ຂໍ້​ມູນ​ຂ່າວສານບໍ່​ໄດ້​ຊົມ​ໃຊ້; ປຶກສາ​ຫາລື ​ແລະ ປະກອບ​ຄຳ​ເຫັນ​ກ່ຽວ​ກັບຂໍ້​ກຳນົດ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວສານ…ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະ​ພາບ​ຖື​ວ່າ: ກົດໝາຍ​ວ່າ​ດ້ວຍການ​ນຳ​ໃຊ້​ຂໍ້​ມູນ​ຂ່າວສານ ​ແມ່ນ​ຮ່າງ​ກົດໝາຍ​ສຳຄັນ​ທີ່​ສຸດ, ມີ​ຜົນ​ກະທົບຢ່າງ​ແຂງ​ແຮງ​​ເຖິງ​ບັນດາ​ອົງການ​ສຳນັກງານບໍລິຫານລັດະ ​ແລະ ພົນລະ​ເມືອງ. ບັນ​ດາ​ຜູ້​ປະຕິບັດ​ໜ້າ​ທີ່ຢູ່​ອົງການ​ສຳນັກງານ​ແຫ່ງ​ລັດ​ຈະ​ມີ​ຄວາມ​ຮັບຜິດຊອບ​ຫລາຍກ່ວາ​ໃນ​ການ​ແກ້​​ໄຂ​ບັນດາສິ່ງ​ຄ້າງ​ຄາ​ຂອງ​ພົນລະ​ເມືອງ, ສ່ວນ​ປະຊາຊົນ​ມີ​ສິດສື່​ຂ່າວ, ​ໄຈ້​ແຍກ​ຕີ​ລາຄາ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ຊີວິດ​ປະຈຳ​ວັນ ທີ່​ສົ່ງ​ຜົນ​ສະທ້ອນ​ຢ່າງ​ທົ່ວ​ເຖິງ​ນັບ​ທັງ​ດ້ານ​ດີ, ດ​້ານອ່ອນ.

ຂ່າວ/ບົດ​ອື່ນ