ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການລົ້ມລະລາຍ (ສະບັບປັບປຸງ) ຕ້ອງຫຼີກລ້ຽງແນວໂນ້ມຫັນເປັນອາຍາ

ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການລົ້ມລະລາຍ (ສະບັບປັບປຸງ) ຕ້ອງຫຼີກລ້ຽງແນວໂນ້ມຫັນເປັນອາຍາ - ảnh 1
(ພາບປະກອບ)

(vovworld) -  ຕອນ​ເຊົ້າ​ວັນ​ທີ 05/03, ກຳມາ​ທິການ​ເສດຖະກິດ​ສະພາ​ແຫ່ງ​ຊາດ ​ໄດ້​ສົມທົບ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ນະຄອນ​ຮ່າ​ໂນ້ຍ ​ແລະ ສານ​ປະຊາຊົນ​ສູງ​ສຸດ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຮັບ​ເອົາ​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ຂອງຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົ້ມ​ລະລາຍ (ສະບັບ​ປ​ັບປຸງ). ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ຖື​ວ່າ, ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົ້ມ​ລະລາຍ (ສະບັບ​ປ​ັບປຸງ) ຕ້ອງ​ຫຼີກ​ລ້ຽງ​ແນວໂນ້ມ​ຫັນ​ເປັນອາຍາ​ຂອງ​ກົດໝາຍ​ພວມ​ປະກາດ​ໃຊ້. ດ້ວຍ​ບັນດາ​ການ​ປັບປຸງ​ເປັນ​ພື້ນຖານ, ກົດໝາຍ​ວ່າ​ດ້ວຍ​ການ​ລົ້ມ​ລະລາຍ ມີ​ວິ​ໄສ​ທັດ​ໃໝ່​ກ່ຽວ​ກັບ​ການ​ລົ້ມ​ລະລາຍ​ທີ່​ມີ​ຕໍ່​ສິດ​ຂອງ​ວິ​ສາ​ຫະກິດ, ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ກໍ່​ຄື​ກັບ​ບັນດາ​ອົງການ​ປະຕິບັດ​ກົດໝາຍ. ​ແຕ່​ວ່າ, ​ເພື່ອ​ໃຫ້ກົດໝາຍ​ສະບັບ​ປັບປຸງ​ຖື​ລັກສະນະພຶດຕິກຳຕົວ​ຈິ່ງ​ສູງ, ບັນດາ​ຜູ້ຊ່ຽວຊານ​ກໍ່​ຖື​ວ່າ; ການ​ລົ້ມ​ລະລາຍ ຕ້ອງ​ອີ່​ງ​ໃສ່​ຫຼັກ​ການ​ກຳນົດມູນ​ຄ່າ​ຊັບ​ສົມບັດຂອງ​ວິ​ສາ​ຫະກິດໃນລະດັບສູງສຸດ, ​​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ມີ​ຄວາມ​ສາມາດ​ສ້າງ​ໂຄງ​ປະກອບຄືນໃໝ່ ​ເພື່ອ​ສືບ​ຕໍ່​ຜະລິດ, ນັບ​ທັງ​ເລື່ອງຕ້ອງ​ຂາຍ​ຊັບ​ສົມບັດ ກໍ່​ຕ້ອງ​ຂາຍ​ດ້ວຍ​ມູນ​ຄ່າ ສູງສຸດ. ຜູ້​ແທນ​ບາງ​ທ່ານ​ກໍ່​ຖື​ວ່າ ບັນດາ​ຂໍ້​ກຳນົດ​ໃນກົດໝາຍ​ວ່າ​ດ້ວຍ​ການ​ລົ້ມ​ລະລາຍ (ສະບັບ​ປ​ັບປຸງ) ຕ້ອງ​ຮັດກຸ່ມຫຼີກ​ລ້ຽງ​ການ​ສົ່ງ​ເສີມ​ການ​ລົ້ມ​ລະລາຍ, ​ເປີດ​ຊ່ອງ​ທາງ​ໃຫ້ການ​ການ​ລົ້ມ​ລະລາຍ.

        ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ​ແມ່ນ​ພື້ນຖານ​ໃຫ້ການ​ອະພິປາຍ, ປັບປຸງກົດໝາຍ​ວ່າ​ດ້ວຍ​ການ​ລົ້ມ​ລະລາຍ (ສະບັບ​ປ​ັບປຸງ) ​ເຊິ່ງຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13.

ຂ່າວ/ບົດ​ອື່ນ