ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍວິສາຫະກິດ(ສະບັບປັບປຸງ)

ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍວິສາຫະກິດ(ສະບັບປັບປຸງ) - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 6/5, ຢູ່​ນະຄອນ ​ໂຮ່ຈີ​ມິນ, ກຳມາ​ທິການ​ເສດຖະກິດ - ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 10. ​ໃນ 2 ວັນ​ດຳ​ເນີນ​ວາລະ​ປະຊຸມ, ກຳ​ມະ​ທິການ ​ເສດຖະກິດ​ຈະ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ 4 ສະບັບ​ນັ້ນ​ແມ່ນ: ຮ່າງກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ (ສະບັບ​ປັບປຸງ), ຮ່າງກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ (ສະບັບ​ປັບປຸງ), ຮ່າງກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ແຫຼ່ງທຶນ​ຂອງ​ລັດ​ເຂົ້າ​ໃນ​ການ​ລົງທຶນ, ຜະລິດ ດຳ​​ເນີນ​ທຸລະ​ກິດ, ຮ່າງກົດໝາຍວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດ​ອະສັງ​ຫະລິ​ມະ​ຊັບ (ສະບັບ​ປັບປຸງ). ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍວ່າດ້ວຍ​ວິ​ສາ​ຫະກິດ (ສະບັບ​ປັບປຸງ), ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຖື​ວ່າ: ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ ​ໄດ້​ຮັບ​ການ​ປັບປຸງ​ພ້ອມ​ກັບ​ບັນດາ​ກົດໝາຍ​ສະບັບ​ອື່ນ​ທີ່​ກ່ຽວຂ້ອງ​ຄື: ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ, ກົດໝາຍ​ວ່າ​ດ້ວຍ​ອະສັງ​ຫະລິ​ມະ​ຊັບ.​.​.​ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ຮັບ​ໃຊ້​ການ​ພັດທະນາ ຂອງ​ວິ​ສາ​ຫະກິດ​ໂດຍ​ກົງ. ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ (ສະບັບ​ປັບປຸງ) ຄັ້ງ​ນີ້​ໄດ້​ອີງ​ໃສ່​ບົນ​ພື້ນຖານຕົວ​ຈິງ ດ້ວຍ​ບັນດາ​ບັນຫາ​ເກີດ​ຂຶ້ນ​ໃໝ່, ​ເຕື້ອງ​ເຖິງ​ບັນດາ​ຄວາມ​ເຄັ່ງຮ້ອນ, ສິ່ງ​ຄົງ​ຄ້າງ, ຈາກ​ນັ້ນ​ມີ​ຂໍ້​ກຳນົດ​ລະອຽດ​ກ່ວາ​ອີກ, ​ເພີ່ມ​​ເຕີມ, ປັບປຸງ ​ໃຫ້​ເໝາະ​ສົມ. ບັນດາ​ສສຊ ຍັງ​ປະກອບ​ຄຳ​ເຫັນ​ວ່າ: ມີ​ຫຼາຍ​ບ່ອນ​ຕ້ອງ​ພິຈາລະນາ, ດັດ​ປັບ​ໃນຮ່າງ​ກົດ​ໝາຍສະບັບ​ນີ້. ​ໃນ​ນັ້ນ, ສຳຄັນ​ທີ່​ສຸດ​ແມ່ນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ (ສະບັບ​ປັບປຸງ) ຄວນ​ລົບ​ລ້າງ​ພາກ​ເວົ້າ​ເຖິງລັດ​ວິ​ສາ​ຫະກິດ ​ເພື່ອ​ຫຼີກ​ລ້ຽງ​ການຈຳ​ແນ​ກປະພຶດ, ຮັບປະກັນ​ລັກສະນະ​ສະ​ເໝີ​ພາບ, ​ເສລີພາບ​ໃນ​ການ​ແກ່ງ​ແຍ້​ງລະຫວ່າງ​ບັນດາ​​ກຸ່ມວິ​ສາ​ຫະກິດ.

 


ຂ່າວ/ບົດ​ອື່ນ