ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍເຮືອນຢູ່ແລະກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ)

ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍເຮືອນຢູ່ແລະກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ) - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຫງວຽນ​ເຈີນນາມ
(ພາບ: nhandan.com.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 23 ສິງຫາ, ຢູ່​ນະຄອນ​ດ່າ​ນັ້ງ, ກະຊວງ​ກໍ່ສ້າງ ​ແລະ ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດ່າ​ນັ້ງ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ທົ່ວ​ປະ​ເທດ​ເພື່ອ ປະກອບ​ຄຳ​ເຫັນ​ໃສ່​ຮ່າງກົດໝາຍ​ວ່າ​ດ້ວຍ​​ເຮື​ອນຢູ່ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດ​ອະສັງຫາລິມະ​ຊັບ (ສະບັບ​ປັບປຸງ). ຮ່າງກົດໝາຍ​ວ່າ​ດ້ວຍ​​ເຮື​ອນຢູ່ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດ​ອະສັງຫາລິມະ​ຊັບ (ສະບັບ​ປັບປຸງ) ​ໄດ້​ຮັບ​ການ​ສ້າງບົນ​ພື້ນຖານ​ໝາກຜົນ​ຂອງການ​ຕີ​ລາຄາ, ສະຫຼຸບ​ການ​ປະຕິບັດ​ຂອງ 2 ກົດໝາຍ​ພວມ​ປະກາດ​ໃຊ້ ​ໂດຍ​ກະຊວງ​ກໍ່ສ້າງ​ຮຽບຮຽງ. ຮ່າງກົດໝາຍ​ວ່າ​ດ້ວຍ​​ເຮື​ອນຢູ່ (ສະບັບ​ປັບປຸງ) ມີ 12 ພາກ 186 ມາດຕາ, ​ໃນ​ນັ້ນ​ມີ​ບາງ​ເນື້ອ​ໃນ​ໃໝ່ໄດ້​ຮັບ​ການປັບປຸງ​ຄື: ບັນຫາ​ກຳມະສິດ, ນະ​ໂຍບາຍ​ເຮືອນ​ຢູ່; ຂໍ້​ກຳນົດ​ກ່ຽວ​ກັບ​ເຮືອນ​ຢູ່ ຢູ່​ຫວຽດນາມ ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະ​ເທດ ​ແລະ ບັນດາ​ອົງການ​ສ່ວນ​ບຸກຄົນ​ອາ​ໄສ​ຢູ່​ຕ່າງປະ​ເທດ... ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຫງວຽນ​ເຈີນນາມ ​ໃຫ້​ຮູ້​ວ່າ.

        “​ເລື່ອງ​ປັບປຸງຮ່າງ​ກົດໝາຍ 2 ສະບັບ​ດັ່ງກ່າວ ​ແມ່ນ​ເພື່ອ​ແນ​ໃສ່​ສ້າງ​ກອບກົດໝາຍເພື່ອໃຫ້ລັດ​ມີ​ກົນ​ໄກ, ນະ​​ໂຍບາຍ​ຊ່ວຍ​ເຫຼືອ​ກ່ຽວ​ກັບ​ເຮືອນ​ຢູ່ ​ໃຫ້​ແກ່​ເປົ້າ​ໝາຍ​ທີ່​ມີ​ລາຍ​ຮັບ​ຕໍ່າ, ນະ​ໂຍບ​ບາຍ​ສັງຄົມ, ຄອບຄົວ​ທຸກ​ຍາກ, ປະກອບສ່ວນ​ຮັບປະກັນ​ຊີວິດ​ສັງຄົມ. ພ້ອມ​ທັງ​ຈຳກັດ​ການ​ພັດທະນາ​ເຮືອນ​ຢູ່​ຕາມ​ຂະ​ບວນການ, ບໍ່​ປະຕິບັດຕາມ​ແຜນ​ກຳນົດ, ​ແຜນການ​ຄື​ໃນ​ໄລຍະ​ຜ່ານ​ມາ”.
ຂ່າວ/ບົດ​ອື່ນ