ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
(ພາບປະກອບ)
(vovworld) -  ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ ເທດ​ຊາດ​ບັນດາ​ແຂວງ, ນະຄອນ ທີ່ປະ​ກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ບັນດາຄຳ​ເຫັນ​ໄດ້​ສຸມ​ໃສ່​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ທີ່​ຕັ້ງ, ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​​ແລະ ບັນດາ​ເນື່ອ​ໃນ​ສຳຄັນ​ອື່ນໆ.

        ທ່ານ​ຟ້າ​ມງວກ​ຮຸຍ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ​ຮືງອຽນ ຖື​ວ່າ, ຄວນ​ມີ​ພາກ 1 ທີ່ກຳນົດ​ກ່ຽວ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ການ​ເມືອງສັງຄົມ​ອື່ນໆ​, ພ້ອມ​ທັງ​ສະ​ເໜີ​ວ່າ; ລັດ​ຄວນຮັບປະກັນ​ເງື່ອນ​ໄຂ​ເພື່ອ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ​ເຄື່ອນ​ໄຫວ.

        “ລັດ​ຄວນສ້າງ​ເງື່ອນ​ໄຂທີ 1 ​ແມ່ນ​ດ້ານ​ກົດໝາຍ, ທີ 2 ​ແມ່ນ​ກ່ຽວ​ກັບ​ກົນ​ໄກ​ນະ​ໂຍບາຍ. ​ເພາະສະ​ນັ້ນ, ຢູ່​ຂໍ້​ທີ 3 ສະ​ເໜີ​ໃຫ້​ຮັບປະກັນ​ເງື່ອນ​ໄຂ​ເພື່ອ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດຕັ້ງມະຫາຊົນ, ອົງການການ​ເມືອງ ​ແລະ ບັນດາສະມາຊິກ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດ​ທິຜົນ. ​ເພາະ​ໃນ​ແຕ່​ລະ​ອົງການ​ຈັດ​ຕັ້ງສະມາຊິກມີ​ຫຼາຍ​ອົງການ​ສັງຄົມ, ອົງການ​ຈັດ​ຕັ້ງ​ສັງຄົມ​ວິຊາ​ຊີບ, ຖ້າ​ຫາ​ກພວກ​ເຮົາ​ພຽງ​ແຕ່​ເວົ້າ​ລວມໆ​ຈະເປັນເລື່ອງຍາ​ກ. ​ສະ​ນັ້ນ, ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້ຂຽນ​ວ່າ: ລັດ​ຮັບປະກັນ​ເພື່ອ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ​ສັງຄົມ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ອົງການ​ຈັດ​ຕັ້ງ​ສະມາຊິກ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ”.

        ທີ່​ກອງ​ປະຊຸມ, ມີ​ຜູ້​ແທນ​ຫຼາຍ​ທ່ານ​ສືບ​ຕໍ່​ຢືນຢັນ​ບົດບາດ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ທີ່ມີຕໍ່​ປະ​ເທດ​ຊາດ ​ແລະ ປະກອບຄຳເຫັນໃສ່ບັນຫາ​ທີ່​ດິນ​ໃນຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ.

ຂ່າວ/ບົດ​ອື່ນ