ປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 12ຂອງພັກ

ປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 12ຂອງພັກ - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ສູນກາງ​
ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນທຽນ​ເຍີນ
(ພາບ: VGP)


(vovworld) – ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມຮັບ​ເອົາ​ຄຳ​ເຫັນຂອງ​ບັນດາ​ພະນັກງານ​ຄະນະ​ຊາວ​ໜຸ່ມ, ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ທີ່​ປະກອບໃສ່​ຮ່າງ​ເອກະສາ​ນກອງ​ປະຊຸມ​ໃຫຍ່​ຄັ້ງທີ 12 ຂອງ​ພັກກອມ​ມູນິດ​ຫວຽດນາມ, ວັນ​ທີ 21/10, ທ່ານ​ປະທານ​ຄະນະ​ກຳມະການ​ສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນທຽນ​ເຍີນ ​ຖື​ວ່າ, ບັນດາ​ຜູ້​ແທນ​ໜຸ່ມ​ເຂົ້າ​ຮ່ວມ​ການ​ປະ​ກອບຄຳ​ເຫັນ​ໃນ​ຄັ້ງ​ນີ້ ​ແມ່ນ​ກາລະ​ໂອກາດ​ເພື່ອ​ເສ​ີມຂະຫຍາ​ຍພູມ​ປັນຍາ, ນ້ຳ​​ໃຈ​ຮັບຜິ​ດຊອບ​ຂອງ​ລຸ່ນໜຸ່ມ ​ໃນ​ການ​ວາງ​ແຜນ​ນະ​ໂຍບາຍ, ຍຸດ​ທະ​ສາດ​ຂອງ​ພັກ, ລັດ. ທ່ານປະທານ​ຄະນະ​ກຳມະການ​ສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ສະ​ເໜີ​ໃຫ້​ບັນດາ​ສະມາຊິກ​ຊາວ​ໜຸ່​ມ, ຊາວ​ໜຸ່ມ​ສຸມ​ໃສ່​ປະກອບ​ຄຳ​ເຫັນ, ຂໍ້​ສະ​ເໜີ​​ກ່ຽວ​ກັບທິດ​ທາງ, ມາດ​ຕະການ​ແກ້​ໄຂ ​ເພື່ອ​ຍົກ​ສູງ​ບົດບາດ​ຂອງ​ລຸ່ນໜຸ່ມ​ໃນ​ການ​ພັດທະນາ​​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ; ​ເພີ່ມ​ຈຳນວນ​ນັກທຸລະ​ກິດ​ໜຸ່ມ​ມີ​ເຈດ​ນຳ​ນົງ, ພັດທະນາ​ວິ​ສາ​ຫະກິດ​ໜຸ່ມ, ຕັ້ງ​ໜ້າ​ໝູນໃຊ້​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຊີ. ທ່ານປະທານ​ຄະນະ​ກຳມະການ​ສູນກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນທຽນ​ເຍີນ ປາດ​ຖະໜາ​ວ່າ, ຊາວ​ໜຸ່ມ​ຈະ​ແມ່ນ​ກຳລັງ​ນຳ​ໜ້າ​ປະຕິບັດ​ບັນດາ​ຮູບ​ແບບ​ສະຫະກອນ​​ແບບ​ໃໝ່ ​ໃນ​ການ​ພັດທະນາ​ກະສິກຳ, ຈາກ​ນັ້ນ​​ສ້າງ​ກຳລັງ​ໜູນ​ເພື່ອ​ໃຫ້​ຮູບ​ແບບ​ນີ້​ໄດ້​ຮັບ​ການ​ທະວີ​ຄູນ​​ໃນ​ທົ່ວ​ປະ​ເທດ. ນ​ອກຈາກ​ນັ້ນ, ລຸ່ນໜຸ່ມ​ກໍ​ຕ້ອງເອົາ​ໃຈ​ໃສ່​ເຖິງ​ບັນຫາການ​ປົກ​ປັກ​ຮັກສາ, ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ ​ໃນ​ສະພາບ​ທີ່​ປະ​ເທດ​ພວມ​ເຊື່ອ​ມ​ໂຍງນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂວາງ​ເຂົ້າ​ກັບ​ສາກົນ​.

ຂ່າວ/ບົດ​ອື່ນ