ປະ​ກອບ​ຄ​ຳ​ເຫັນໃສ່​ໂຄງ​ປະ​ກອບ, ຈຳ​ນວນ​ຜູ້​ສະ​ໝັກ​ເລືອກ​ຕັ້ງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XV

(VOVWORLD) -ຢູ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດກໍ່ໄດ້ປະກອບຄຳເຫັນໃສ່ ບົດລາຍງານການປະຕິບັດງານອາຍຸການ 2016 – 2021 ຂອງລັດຖະບານ ແລະ ບັນດາບົດລາຍງານສະຫຼຸບການປະຕິບັດງານ ຂອງສະພາແຫ່ງຊາດຊຸດທີ XIV.
ປະ​ກອບ​ຄ​ຳ​ເຫັນໃສ່​ໂຄງ​ປະ​ກອບ, ຈຳ​ນວນ​ຜູ້​ສະ​ໝັກ​ເລືອກ​ຕັ້ງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XV - ảnh 1ກອງປະຊຸມຄັ້ງທີ 53 ຂອງ ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ (ພາບ:quochoi.vn)

ກອງປະຊຸມຄັ້ງທີ 53 ຂອງ ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນໃນຕອນເຊົ້າວັນທີ 22 ກຸມພາ ຢູ່ຮ່າໂນ້ຍ. ກອງປະຊຸມໄດ້ແກ່ຍາວເປັນເວລາ 1 ວັນ, ເຊິ່ງໄດ້ດຳເນີນການພິຈາລະນາ, ປະກອບຄຳເຫັນໃສ່ການປັບປຸງຄັ້ງທີ 1 ກ່ຽວກັບໂຄງປະກອບ, ພາກສ່ວນ, ຈຳນວນບຸກຄະລາກອນຂອງອົງການ, ສຳນັກງານ, ຫົວໜ່ວຍງານຂັ້ນຢູ່ ສູນກາງ ແລະ ທ້ອງຖິ່ນ ທີ່ໄດ້ນຳສະເໜີສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ XV, ປະກອບຄຳເຫັນກ່ຽວກັບຂໍ້ກຳນົດຈຳນວນສະມາຊິກ ສະພາປະຊາຊົນ ທີ່ປະຕິບັດໜ້າທີ່ສະເພາະຢູ່ນະຄອນ ຮ່າໂນ້ຍ (ຖ້າມີເງື່ອນໄຂຢ່າງຄົບຖ້ວນ).

ຢູ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດກໍ່ໄດ້ປະກອບຄຳເຫັນໃສ່ ບົດລາຍງານການປະຕິບັດງານອາຍຸການ 2016 – 2021 ຂອງລັດຖະບານ ແລະ ບັນດາບົດລາຍງານສະຫຼຸບການປະຕິບັດງານ ຂອງສະພາແຫ່ງຊາດຊຸດທີ XIV.

ຕອບກັບ

ຂ່າວ/ບົດ​ອື່ນ