ປະກອບບັນດາຄຳຄິດຄຳເຫັນແນໃສ່ຍົກສູງວຽກງານກຳມະບານທຸກຂັ້ນ

ປະກອບບັນດາຄຳຄິດຄຳເຫັນແນໃສ່ຍົກສູງວຽກງານກຳມະບານທຸກຂັ້ນ - ảnh 1
(​ກອງ​ປະຊຸມ​ໃຫຍ່​ກຳມະບານ​ຫວຽດນາມ ຊຸດ​ທີ 11)

(vovworld) - ວັນ​ທີ 29/07, ​ກອງ​ປະຊຸມ​ໃຫຍ່​ກຳມະບານ​ຫວຽດນາມ ຊຸດ​ທີ 11 (ອາຍຸ​ການ 2013 - 2018) ສືບ​ຕໍ່​ດຳ​ເນີນ​ດ້ວຍ​ບັນດາ​ວາລະ​ປຶກສາ​ຫາລື​ຢູ່​ໜ່ວຍ. ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື 2 ​ເນື້ອ​ໃນ​ຄື: ບົດ​ລາຍ​ງານ​ຂອງ​ຄະນະ​ບໍລິຫານ​ງານ​​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ​ຊຸດ​ທີ 10 ​ແລະ ກົດ​ລະບຽບ​ກຳມະບານ​ຫວຽດນາມ (ສະບັບ​ປັບປຸງ, ​ເພີ່ມ​​​ເຕີ່ມ). ຕາມ​ການ​ຕີ​ລາຄາ​ຂອງ​ບັນດາ​ຜູ້​ແທນ​ແລ້ວ, ​ກົດລະບຽບ​ກຳມະບານ​ຫວຽດນາມຊຸດ​ທີ 10 ​ໄດ້​ຮັບປະກັນບັນດາ​ຫຼັກການ​ຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ກຳມະບານພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ພື້ນຖານ, ສົມ​ກັບ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນໃນ​ປະຈຸ​ບັນ​, ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ ​ແລະ ກຳມະບານ. ຄຽງ​ຂ້າງ​ນັ້ນ, ບັນດາ​ຜູ້​ແທນ​ກໍ່​ຍົກ​ອອກ​ຂໍ້​ສະ​ເໜີ​ແນະ, ສະ​ເໜີ​ມາດ​ຕະການຕ່າງໆ​ໃຫ້​ອາຍຸ​ການ​ໃໝ່. ທ່ານ​ນາງ ​ໂດ້ທິລານ, ປະທານ​ສະຫະພັນ​ແຮງ​ງານ​ແຂວງ​ກວາງ​ນິງ ​ໃຫ້​ຮູ້​ວ່າ.

   “ບັນດາ​ຄຳ​ເຫັນຕີ​ລາຄາ​ສະພາບ​ຕົວ​ຈິງ, ສະພາບແນວ​ຄິດ​ຈິດ​ໃຈ​ຂອງ​ຄົ​ນງານ​​ໃນປະຈຸ​ບັນລ້ວນ​ແຕ່​ມີ​ຄຸນ​ນະພາ​ບສູງ​ຄື​: ບັນດາ​ເນື້ອ​ໃນ, ມາດ​ຕະການ​ແກ້​ໄຂ​ເພື່ອ​​ໃຫ້ກຳມະບານ​ທຸກ​ຂັ້ນ ກໍ່​ຄື​ສະ​ເໜີ​ຕໍ່​ສະຫະພັນ​​ໃຫຍ່​ແຮງ​ງານ​ຫວຽດນາມ ​​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ, ຂໍ້ຈຳກັດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ສືບ​ຕໍ່​ມີ​ການ​ຊີ້​ນຳ, ​ບັນດາເນື້ອ​ໃນ​, ຂົງ​ເຂດຕ່າງໆ​. ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິຜົນ​ຂອງ​ວຽກ​ງານ​ກຳມະບານ​ທຸກ​ຂັ້ນ, ​ເອົາ​ໃຈ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ຄົນ​ງານ ​ເພື່ອ​ເບິ່ງ​ແຍງ, ​ເປັນ​ຕົວ​ແທນ ​ແລະ ປົກ​ປັກ​ຮັກສາ​ສິດຜົນ​ປະ​ໂຫຍ​ດ, ຊອບນ​ທຳ​ຂອງ​ສະມາຊິກ​ກຳມະບານໃນ​ສະພາບປະ​ຈຸ​ບັນ”.
ຂ່າວ/ບົດ​ອື່ນ