ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ,ມິດຕະພາບຫວຽດນາມ-ໄທກ່ວາອີກ

ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ,ມິດຕະພາບຫວຽດນາມ-ໄທກ່ວາອີກ - ảnh 1
(ພາບປະກອບ)

(vovworld) – ​ຕອນ​ບ່າຍ​ວັນ​ທີ 05/05, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ຕ້ອນຮັບ​ຄະນະ​ຄູ​ອາຈານ, ນັກຮຽນ​ເປັນ​ຊາວ ຫວຽດນາມ ອາ​ໄສ​ຢູ່​​ແຂວງ ນະຄອນ ພະນົມ (​ໄທ) ທີ່​ພວມ​ມີ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ແລກປ່ຽນ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ດັ້ງ​ເທ໋ຮຸ່ງ ຮອງ​ຫົວໜ້າຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຂອບ​ໃຈ​ອຳນາດ​ການ​ປົກຄອງ ​ແລະ ບັນດາ​ຄູ​ອາຈານ​ແຂວງ ນະຄອນ ພະນົມ ທີ່​ໄດ້ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ພວກ​ນ້ອງ​ນັກຮຽນ​ເວົ້າ​ສະ​ເພາະ ກໍ່​ຄື​ປະຊາ​ຄົມ​ຊາວ ຫວຽດນາມ ​ເວົ້າ​ລວມ ທີ່ພວມດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນ.

        ທີ່​ການ​ຕ້ອນຮັບ, ທ່ານ ກຽດຕິ​ສັກ ລາພະ​ຈິດ ຫົວໜ້າ​ຄະນະ​ພົບ​ປະ​ແລກປ່ຽນ, ຮອງຜູ້ອຳນວຍການ​ຫ້ອງການ​ແຂວງ ນະຄອນ ພະນົມ ຮັບຜິດຊອບ​ຂົງ​ເຂດ​ການ​ສຶກສາຂັ້ນ​ປະຖົມ​ເຂດ 1 ຂອບ​ອົກ​ຂອບ​ໃຈ​ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ ໄດ້​ສ້າງ​ເງື່ອນ​ໄຂ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ທີ່​ມີ​ຄວາມ​ໝາຍ​ໃນ​ຄັ້ງ​ນີ້, ປະກອບສ່ວນ​ເພີ່ມ​ທະວີ ​ແລະ ຊຸກຍູ້​ນ້ຳ​ໃຈສະໜິດສະໜົມ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະ​ຫວ່າງ​ພວກ​ນ້ອງ​ນັກຮຽນ 2 ປະ​ເທດ​ເວົ້າ​ລວມ ກໍ່​ຄື​ນັກຮຽນ​ແຂວງ ນະຄອນ ພະນົມ ແລະ ຫວຽດນາມ ​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ