ປະກອບສ່ວນຮັບມືກັບການໃຊ້ຄວາມຮຸນແຮງທາງເພດສຳພັນແລະຄວາມຮຸນແຮງທາງເພດຢ່າງມີປະສິດທິຜົນ

ປະກອບສ່ວນຮັບມືກັບການໃຊ້ຄວາມຮຸນແຮງທາງເພດສຳພັນແລະຄວາມຮຸນແຮງທາງເພດຢ່າງມີປະສິດທິຜົນ - ảnh 1
ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບນະ​ໂຍບາຍ “​ສຳ​ພັດ​ກັບ​ຄວາມຍຸຕິ​ທຳ
​ໃຫ້​ແມ່ຍິງທີ່​ຖືກ​ໃຊ້​ຄວາມ​ຮຸນ​ແຮງທາງ​ເພດ​ສຳພັນ​ຢູ່ ຫວຽດນາມ”
(ພາບອິນເຕີແນັດ)

(vovworld) – ​ ​ ​ຕອນ​ເຊົ້າ​ວັນ​ທີ 08/12, ຢູ່​ຮ່າ​ໂນ້ຍ, ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ ​ແລະ ມອບ​ສິດ​ໃຫ້​ແກ່​ແມ່ຍິງ (UN Women) ​ໄດ້​ສົມທົບ​ກັບ​ອົງການ​ປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ ​ແລະ ອາດຊະຍາ​ກຳ​ສະຫະ​ປະຊາ​ຊາດ (UNODC), ສູນ​ຄົ້ນຄວ້າ ​ແລະ ໝູນໃຊ້​ວິທະຍາສາດ​ກ່ຽວກັບ​ເພດ - ຄອບຄົວ - ​ແມ່ຍິງ ​ແລະ ຜູ້​ອາຍຸ​ບໍ່​ເຖິງ​ກະສຽນ (CSAGA) ​ແລະ ສະ​ຖາ​ບັນ​ຄົ້ນຄວ້າ​ພັດທະນາ​ສັງຄົມ (ISDS) ຂຶ້ນ​ກັບ​ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ​ເຕັກນິກ ຫວຽດນາມ (VUSTA) ຈັດ​ຕັ້ງການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບນະ​ໂຍບາຍ “​ສຳ​ພັດ​ກັບ​ຄວາມຍຸຕິ​ທຳ​ໃຫ້​ແມ່ຍິງທີ່​ຖືກ​ໃຊ້​ຄວາມ​ຮຸນ​ແຮງທາງ​ເພດ​ສຳພັນ​ຢູ່ ຫວຽດນາມ”. ການ​ໂອ້​ລົມ​ສົນທະນາ​ຄັ້ງ​ນີ້ ​ແມ່ນສ້າງ​ໂອກາດ​ທີ່​ດີ ​ເພື່ອ​​ໃຫ້ທຸກ​ຄົນ​ແລກປ່ຽນ​ໂດ​ຍກົງ​ກ່ຽວ​ກັບ​ສະ​ພາບ​ການ​ໃຊ້​ຄວາມຮຸນ​ແຮງທາງ​ເພດ​ສຳພັນ, ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ກະຊວງ​ຍຸຕິ​ທຳ, ກະຊວງ​ຕຳຫລວດ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແລະ ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ​ໃນ​ການ​ພິຈາລະນາ, ​ເພີ່ມ​ທະວີ​ລະບົບ​ອາຍາ, ຕຸລາການ​ ເພື່ອຮັບ​ມື​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ​ສະ​ພັນ ​ແລະ ການ​ໃຊ້ຄວາມ​ຮຸ​ນ​ແຮງ​ທາງເພດຢ່າງ​ມີ​ປະສິດທິ​ຜົນ. ການ​ໂອ້​ລົມ​ສົນທະນາ​ແມ່ນພາກສ່ວນ​ໜຶ່ງ​ໃນ​ບັ້ນ​ຮົບ​ທົ່ວ​ໂລກ “16 ວັນ​ແຫ່ງ​ການ​ກະທຳ ​ເພື່ອ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳລັບ​ແມ່ຍິງ ​ແລະ ​ເດັກ​ຍິງ” ​ໂດຍ​ທ່ານ​ເລຂາທິການ​ໃຫຍ່ Ban Ki Mun ສປຊ ປຸກລະດົມ ​ເພື່ອ​ແນ​ໃສ່​ຍົກ​ອອກ​ສານ​ກ່ຽວ​ກັບ​ເລື່ອງ​ບໍ່ອະ​ໄພ​​ໃຫ້ການ​ໃຊ້​ຄວາມ​ຮຸນ​ແຮງທາງ​ເພດ​ສຳພັນ ​ແລະ ບັນດາ​ຮູບ​ການ​ທີ່​ໃຊ້​ຄວາມຮຸນ​ແຮງ​ອື່ນໆ​ສຳລັບ​ແມ່ຍິງ ​ແລະ ​ເດັກ​ຍິງ​ໃນ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ