ປະກອບສ່ວນເພີ່ມທະວີການພົວພັນ ຫວຽດນາມ - ອາເມລິກາ

(VOVWORLD) - ທ່ານຮອງປະທານສະມາຄົມ ຫວຽດນາມ - ອາເມລິກາ ບຸ່ຍເທ໋ຢາງ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ພ້ອມກັນຮ່ວມແຮງຮ່ວມໃຈກັບບັນດາອົງການຈັດຕັ້ງສາກົນທີ່ໄດ້ມານາພະຍາຍາມທີ່ສຸດໃນການໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

ປະກອບສ່ວນເພີ່ມທະວີການພົວພັນ ຫວຽດນາມ - ອາເມລິກາ - ảnh 1ຄະນະໄດ້ຖ່າຍຮູບເປັນທີ່ລະນຶກ

(ພາບ:KL)

ວັນທີ 14 ມີນາ, ຢູ່ຮ່າໂນ້ຍ, ທ່ານ ບຸ່ຍເທ໋ຢາງ, ຮອງປະທານສະມາຄົມ ຫວຽດນາມ - ອາເມລິກາ (ຂຶ້ນກັບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກອງທຶນໄກ່ເກ່ຍຄວາມປອງດອງ ແລະ ພັດທະນາ ອາເມລິກາ ເຊິ່ງລວມມີສະມາຊິກ 16 ຄົນ, ໂດຍທ່ານ John Francis McAuliff, ຜູ້ອຳນວຍການກອງທຶນເປັນຫົວໜ້າຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 4 – 25 ມີນາ. ທີ່ການຕ້ອນຮັບ, ທ່ານຮອງປະທານສະມາຄົມ ຫວຽດນາມ - ອາເມລິກາ ບຸ່ຍເທ໋ຢາງ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ພ້ອມກັນຮ່ວມແຮງຮ່ວມໃຈກັບບັນດາອົງການຈັດຕັ້ງສາກົນທີ່ໄດ້ມານາພະຍາຍາມທີ່ສຸດໃນການໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ການແກ້ໄຂບັນດາບັນຫານີ້ເປັນຢ່າງດີຈະປະກອບສ່ວນປັບປຸງ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ ແລະ ອາເມລິກາ ໃນໄລຍະຈະມາເຖິງ.

        ສ່ວນທ່ານ John Francis McAuliff, ຜູ້ອຳນວຍການກອງທຶນ ໄກ່ເກ່ຍຄວາມປອງດອງ ແລະ ພັດທະນາ ອາເມລິກາ ໃຫ້ຮູ້ວ່າ: ການມາຢ້ຽມຢາມ ຫວຽດນາມ ຄັ້ງນີ້ແມ່ນໂອກາດເພື່ອໃຫ້ບັນດາສະມາຊິກໃນຄະນະໄດ້ອັບເດັດສະພາບການຂອງປະເທດ ຫວຽດນາມ ກໍ່ຄືປະຫວັດແຫ່ງການພັດທະນາການພົວພັນ ຫວຽດນາມ - ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ