ປະ​ກ​ອບ​ເພີ່ມ 7.650 ຕື້ ດົ່ງ​ເພື່ອ​ຊື້​ວັກ​ຊິນ​ກັນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວນ 61 ລ້ານ​ໂດ​ສ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍເຊັນປະກາດຂໍ້ຕົກລົງກ່ຽວກັບການເພີ່ມງົບປະມານໃຫ້ແກ່ກະຊວງສາທາລະນະສຸກ ເພື່ອຊື້ ແລະ ນໍາໃຊ້ວັກຊິນກັນພະຍາດໂຄວິດ - 19 ຈຳນວນ 61 ລ້ານໂດສ. 
ປະ​ກ​ອບ​ເພີ່ມ 7.650 ຕື້ ດົ່ງ​ເພື່ອ​ຊື້​ວັກ​ຊິນ​ກັນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວນ 61 ລ້ານ​ໂດ​ສ - ảnh 1ວັກຊິນ AstraZenneca (ພາບ: AP)

ໃນນັ້ນ ຈະຊື້ວັກຊິນ 30 ລ້ານໂດສຂອງບໍລິສັດຫຸ້ນສ່ວນວັກຊິນ ຫວຽດນາມ ໂດຍ AstraZenneca ຜະລິດ ແລະ 31 ລ້ານໂດສ ໂດຍບໍລິສັດ Pfizer ຜະລິດ. ໃນຈຳນວນເງິນດັ່ງກ່າວຄາດວ່າຈະຫັກຈາກງົບປະມານແຫ່ງລັດປີ 2021 ແລະ ສ່ວນໜຶ່ງແມ່ນຫັກຈາກກອງທຶນວັກຊິນກັນພະຍາດໂຄວິດ - 19.

        ນາຍົກລັດຖະມົນຕີຫວຽດນາມ ກໍເຫັນດີໃຫ້ນຳໃຊ້ເງິນຈຳນວນ 37 ຕື້ດົ່ງ ເພື່ອໃຊ້ຈ່າຍແກ່ການຮັບ, ຂົນສົ່ງ, ຈັດແບ່ງ ແລະ ເຊົ່າສາງເກັບຮັກສາວັກຊິນ, ຊື້ອຸປະກອນສັກວັກຊິນໃຫ້ແກ່ບັນດາງວດວັກຊິນກັນພະຍາດໂຄວິດ - 19 ໂດຍ COVAX Facility ໜູນຊ່ວຍ ແລະ ວັກຊິນທີ່ໄດ້ຮັບການອຸປະຖຳຈາກຕ່າງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ