ປະກາດ 10 ເຫດການວິທະຍາສາດ ແລະ ເຕັກໂນໂລຊີພົ້ນເດັ່ນປີ 2022

(VOVWORLD) -ບັນດາຂົງເຂດທີ່ໄດ້ຄັດເລືອກລວມມີ: ກົນໄກນະໂຍບາຍ; ວິທະຍາສາດສັງຄົມ; ວິທະຍາສາດທຳມະຊາດ; ຄົ້ນຄວ້ານຳໃຊ້; ເຊີດຊູນັກວິທະຍາສາດ; ການຮ່ວມມືສາກົນ.
ປະກາດ 10 ເຫດການວິທະຍາສາດ ແລະ ເຕັກໂນໂລຊີພົ້ນເດັ່ນປີ 2022 - ảnh 1ພິທີປະກາດໝາກຜົນການຄັດເລືອກ 10 ເຫດການວິທະຍາສາດ ແລະ ເຕັກໂນໂລຊີພົ້ນເດັ່ນປີ 2022
(ພາບ: dangcongsan.vn)

        ຕອນບ່າຍວັນທີ 26 ທັນວາ, ຢູ່ ຮ່າໂນ້ຍ, ສະໂມສອນນັກຂ່າວວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ປະກາດໝາກຜົນການຄັດເລືອກ 10 ເຫດການວິທະຍາສາດ ແລະ ເຕັກໂນໂລຊີພົ້ນເດັ່ນປີ 2022. ບັນດາຂົງເຂດທີ່ໄດ້ຄັດເລືອກລວມມີ: ກົນໄກນະໂຍບາຍ; ວິທະຍາສາດສັງຄົມ; ວິທະຍາສາດທຳມະຊາດ; ຄົ້ນຄວ້ານຳໃຊ້; ເຊີດຊູນັກວິທະຍາສາດ; ການຮ່ວມມືສາກົນ.

        ໃນຂົງເຂດກົນໄກນະໂຍບາຍ, ບັນດາເຫດການໄດ້ຮັບການຄັດເລືອກລວມມີ: ປະກາດໃຊ້ຍຸດທະສາດພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງຮອດປີ 2030; ສະພາແຫ່ງຊາດຊຸດທີ XV ຮັບຮອງເອົາກົດໝາຍປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ; ແລະ ຜັນຂະຫຍາຍທົດລອງຊຸດດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງຂັ້ນທ້ອງຖິ່ນ.

        ໃນຂົງເຂດວິທະຍາສາດສັງຄົມ ແມ່ນເຫດການກອງປະຊຸມສຳມະນາລະດັບຊາດ “ລະບົບຄຸນຄ່າລະດັບຊາດ, ຄຸນຄ່າວັດທະນະທຳ, ຄຸນຄ່າຄອບຄົວ ແລະ ມາດຕະຖານຊາວ ຫວຽດນາມ ໃນໄລຍະໃໝ່”.

        ໃນຂົງເຂດຄົ້ນຄວ້ານຳໃຊ້ລວມມີ 2 ເຫດການ: ເປີດຕົວໂປຼແກຼມຊິບນຳໃຊ້ໃນຜະລິດຕະພັນອິນເຕີເນັດສັບພະສົ່ງໃຫ້ແກ່ຂົງເຂດສາທາລະນະສຸກ ແລະ ເປີດຕົວລະບົບຊີວະພາບລະບົບເກັບຮັກສາຂໍ້ມູນ Computing ໃຫຍ່ສຸດຢູ່ ຫວຽດນາມ.

        ໃນຂົງເຂດເຊີດຊູນັກວິທະຍາສາດແມ່ນເຫດການມອບລາງວັນ ໂຮ່ຈີມິນ, ລາງວັນແຫ່ງລັດກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີຄັ້ງທີ 6.

        ບັນດານັກຂ່າວໄດ້ຄັດເລືອກເຫດການມອບລາງວັນ VinFuture ປີ 2022 ແມ່ນເຫດການວິທະຍາສາດ ເຕັກໂນໂລຊີພົ້ນເດັ່ນໃນຂົງເຂດຮ່ວມມືສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ