ປະ​ກາດ 3 ການ​ວາງ​ແຜນກຳ​ນົດ​ຂະ​ແໜງ​ແຫ່ງ​ຊາດ​ໃນ​ຂົງ​ເຂດ​ພະ​ລັງ​ງານ ແລະ ບໍ່​ແຮ່​ໄລ​ຍະ 2021 – 2030

(VOVWORLD) - ການວາງແຜນກຳນົດມຸ່ງໄປເຖິງເປົ້າໝາຍຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ສະໜອງຢ່າງພຽງພໍໃຫ້ແກ່ຄວາມຕ້ອງການດ້ານພະລັງງານພາຍໃນປະເທດ.
ປະ​ກາດ 3 ການ​ວາງ​ແຜນກຳ​ນົດ​ຂະ​ແໜງ​ແຫ່ງ​ຊາດ​ໃນ​ຂົງ​ເຂດ​ພະ​ລັງ​ງານ ແລະ ບໍ່​ແຮ່​ໄລ​ຍະ 2021 – 2030 - ảnh 1ກອງປະຊຸມປະກາດ 3 ການວາງແຜນກຳນົດຂະແໜງແຫ່ງຊາດໃນຂົງເຂດພະລັງງານ ແລະ ບໍ່ແຮ່ໄລຍະ 2021 – 2030 (ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ)

ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ມຸ່ງໄປເຖິງເສດຖະກິດສີຂຽວ, ການພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ ແມ່ນເປົ້າໝາຍລຸລ່ວງຂອງບັນດາການວາງແຜນກຳນົດຂະແໜງແຫ່ງຊາດ ໃນຂົງເຂດພະລັງງານ ແລະ ບໍ່ແຮ່ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ໂດຍນາຍົກລັດຖະມົນຕີ ຫາກໍ່ເຊັນໃຫ້ສັດຕະຍາບັນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ປະກາດໃນຕອນບ່າຍວັນທີ 9 ສິງຫາ ຢູ່ຮ່າໂນ້ຍ.

ການວາງແຜນກຳນົດມຸ່ງໄປເຖິງເປົ້າໝາຍຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ສະໜອງຢ່າງພຽງພໍໃຫ້ແກ່ຄວາມຕ້ອງການດ້ານພະລັງງານພາຍໃນປະເທດ, ຕອບສະໜອງເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ດ້ວຍລະດັບການເຕີບໂຕ GDP ສະເລ່ຍປະມານ 7%/ປີ ໃນໄລຍະ 2021 – 2030, ປະມານ 6,5 – 7,5%/ປີໃນໄລຍະ 2031 – 2050. ກ່າວຄຳເຫັນທີ່ເຫດການ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ:

ໂດຍສຸມໃສ່ເຂົ້າໃນການຄົ້ນຄ້ວາ, ເປັນເສນາທິການໃຫ້ແກ່ທຸກຂັ້ນທີ່ມີສິດອຳນາດຢ່າງທັນການ ເພື່ອປັບປຸງ, ເພີ່ມເຕີມ ແລະ ປະກາດໃຊ້ບັນດາຂໍ້ກຳນົດ, ກົນໄກນະໂຍບາຍທີ່ກ່ຽວຂ້ອງ, ຮັບປະກັນລັກສະນະຄົບຊຸດ, ຄວາມເປັນໄປໄດ້, ເໝາະສົມກັບສະພາບການພັດທະນາຂອງປະເທດຊາດ ແລະ ທຳນຽມສາກົນ, ປະກອບສ່ວນເຂົ້າໃນການສ້າງກອບນະໂຍບາຍ, ກົດໝາຍກ່ຽວກັບຂົງເຂດພະລັງງານ ແລະ ຄວບຄຸມຊັບພະຍາກອນບໍ່ແຮ່ ໃຫ້ສົມບູນແບບ, ເພື່ອແນໃສ່ລະດົມ, ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນແຫຼ່ງກຳລັງສັງຄົມສຳລັບການລົງທຶນພື້ນຖານໂຄງລ່າງ, ສະໜອງນ້ຳມັນ, ອາຍແກັດທີ່ທັນສະໄໝ, ອັດສະລິຍະ.

ຕອບກັບ

ຂ່າວ/ບົດ​ອື່ນ