ປະ​ກາດ Top 500 ວິ​ສາ​ຫະ​ກິດ​ທີ່​ມີ​ການ​ເຕີບ​ໂຕ​ໄວ​ທີ່​ສຸດ ຫວຽດ​ນາມ ໃນ​ປີ 2021

(VOVWORLD) - ວັນທີ 10 ມີນາ, ບໍລິສັດຫຸ້ນສ່ວນການລາຍງານ, ຕີລາຄາ ຫວຽດນາມ (Vietnam Report) ໄດ້ສົມທົບກັບ ໜັງສືພິມ VietnamNet ປະກາດ ຕາຕະລາງຈັດອັນດັບ FAST500 – TOP 500 ວິສາຫະກິດ  ທີ່ມີການເຕີບໂຕໄວທີ່ສຸດ ຫວຽດນາມ ໃນປີ 2021.
ປະ​ກາດ Top 500 ວິ​ສາ​ຫະ​ກິດ​ທີ່​ມີ​ການ​ເຕີບ​ໂຕ​ໄວ​ທີ່​ສຸດ ຫວຽດ​ນາມ ໃນ​ປີ 2021 - ảnh 1ການສຳຫຼວດບັນດາວິສາຫະກິດໃນເດືອນມີນາ 2021 (ພາບ: Vietnam Report)

ຕາຕະລາງຈັດອັນດັບ FAST500 ໄດ້ສ້າງຂຶ້ນໂດຍອີງໃສ່ໝາກຜົນຂອງການຄົ້ນຄ້ວາ ແລະ ຕີລາຄາຢ່າງເອກະລາດຂອງ Vietnam Report, ເຊິ່ງປະກາດຢ່າງເປັນທາງການເປັນຄັ້ງທຳອິດ ໃນປີ 2011. ອັນດັບຂອງບັນດາວິສາຫະກິດໃນຕາຕະລາງໄດ້ຊັບຊ້ອນຕາມມາດຖານການເຕີບໂຕລາຍຮັບຄວບຄູ່ (CAGR) ກ່ຽວກັບລາຍຮັບ ແລະ ປະສິດທິຜົນໃນການດຳເນີນທຸລະກິດ. ຄຽງຄູ່ກັນນັ້ນ, ບັນດາມາດຖານຄືຍອດສັບຊິນ, ຍອດແຮງງານ, ຜົນກຳໄລພາຍຫຼັງເສຍພາສີ ແລະ ອິດທິພົນຊື່ສຽງຂອງວິສາຫະກິດທາງສື່ມວນຊົນ… ກໍ່ໄດ້ນຳໃຊ້ຄືປັດໄຈເພີ່ມເຕີມເພື່ອກຳນົດຂອບຂະໜາດກໍ່ຄືທີ່ຕັ້ງບົດບາດຂອງວິສາຫະກິດນັ້ນໃນຂະແໜງການເຄື່ອນໄຫວ.

        ພິທີປະກາດ ແລະ ເຊີດຊູ ຕາຕະລາງຈັດອັນດັບ FAST500 ປີ 2021 ຢ່າງເປັນທາງການຈະໄດ້ຮັບການຈັດຕັ້ງຂຶ້ນໃນວັນທີ 27 ເມສາ ຢູ່ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ