ປະກາດ ດັດຊະນີ PAPI ປີ 2017

(VOVWORLD) -ຕອນເຊົ້າວັນທີ 4 ເມສາ, ຢູ່ຮ່າໂນ້ຍ, ສູນຄົ້ນຄ້ວາພັດທະນາ ແລະ ໜູນຊ່ວຍວົງຄະນະຍາດ, ສູນບຳລຸງສ້າງພະນັກງານ ແລະ ຄົ້ນຄ້ວາວິທະຍາສາດ ແນວໂຮມປະເທດຊາດຫວຽດນາມ ສົມທົບກັບອົງການ ສ.ປ.ຊ ເພື່ອການພັດທະນາປະຈຳຫວຽດນາມ ໄດ້ຈັດພິທີປະກາດດັດຊະນີປະສິດທິຜົນການບໍລິຫານງານ ແລະ ການປົກຄອງສາທາລະນະຂັ້ນແຂວງຫວຽດນາມ (PAPI) ປີ 2017
ປະກາດ ດັດຊະນີ PAPI  ປີ 2017  - ảnh 1 ຜູ້ຊ່ຽວຊານ UNDP ສະເໜີໝາກຜົນຂອງ PAPI 2017

ປີນີ້ ແຂວງເບັ້ນແຈ ແມ່ນແຂວງນອນໃນກຸ່ມມີດັດຊະນີສູງ, ຢືນອັນດັບ 2 ໃນທົ່ວປະເທດກ່ຽວກັບດັດຊະນີ PAPI. ທ່ານ ຫງວຽນຮີ້ວເລີບ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເບັ້ນແຈ ແບ່ງປັນວ່າ : ໃນຊຸມປີທີ່ຜ່ານມາ, ຍາມ ທາງແຂວງກໍໄດ້ກຳນົດການສຳຫຼວດດັດຊະນີ PAPI ແມ່ນຈຳເປັນທີ່ສຸດ. ເພາະສະນັ້ນ, ທາງແຂວງໄດ້ດຳເນີນການສຳພາດ ແລະ ສຳຫຼວດຫຼາຍຄັ້ງໃນວົງກ້ວາງຢູ່ຂັ້ນຮາກຖານ, ຈາກນັ້ນ ກໍຖອດຖອນບົດຮຽນເພື່ອປວແປງໃຫ້ດີຂຶ້ນ. ທ່ານ ຫງວຽນຮີ້ວເລີບ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເບັ້ນແຈ ໃຫ້ຮູ້ວ່າ :

  “ ພວກຂ້າພະເຈົ້າສູ້ຊົນໃນປີ 2018, ແມ່ນມີການອະພິປາຍຕໍ່ໜ້າປະຊາຊົນ, ເພາະດັດຊະນີນີ້ ຍັງຕ່ຳເມື່ອທຽບໃສ່ຄວາມຕ້ອງການ. ບັນຫາສິ່ງແວດລ້ອມຕ້ອງໄດ້ຮັບຄວາມເອົາໃຈໃສ່ ແລະ ປົວແປງໃຫ້ດີຂຶ້ນ. ບັນຫາທີ່ດິນ, ການຮ້ອງຟ້ອງ, ຮ້ອງທຸກ ຕ້ອງແກ້ໄຂໃຫ້ດີ. ບັນຫາຄວາມໂປ່ງໃສ, ເປີດເຜີຍ, ການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ຈະສຸມໃສ່ແກ້ໄຂໃນໄວໆນີ້ ”

ຕອບກັບ

ຂ່າວ/ບົດ​ອື່ນ