ປະ​ກາດ ສະຫຼຸບ​ຫຍໍ້​ຂອງ​ການ​ສືບ​ສວນເລື່ອງ ລັດ​ເຊຍ​ ແຊກ​ແຊງ​ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ

(VOVWORLD) -  ເມື່ອຈົດໝາຍຂອງທ່ານ ລັດຖະມົນຕີ ກະຊວງ ຍຸຕິທຳ ອາເມລິກາ ປະກາດອອກ ກໍ່ໄດ້ເປັນຂີດໝາຍການສິ້ນສຸດການສືບສວນທ່ານ Robert Muller ໄອຍະການພິເສດໃນຕະຫຼອດ ໄລຍະ22 ເດືອນທີ່ຜ່ານມາ
ປະ​ກາດ ສະຫຼຸບ​ຫຍໍ້​ຂອງ​ການ​ສືບ​ສວນເລື່ອງ ລັດ​ເຊຍ​ ແຊກ​ແຊງ​ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ - ảnh 1ທ່ານ William Barr ລັດຖະມົນຕີກະຊວງຍຸຕິທຳ (ພາບ: THX/TTXVN) 

ວັນທີ 24 ມີນາ, ທ່ານ William Barr ລັດຖະມົນຕີກະຊວງຍຸຕິທຳ ອາເມລິກາ ໄດ້ປະກາດ ບົດລາຍງານຫຍໍ້ “ບັນດາຜົນສະຫຼຸບພື້ນຖານ” ກ່ຽວກັບການສືບສວນຂອງທ່ານ Robert Muller ໄອຍະການພິເສດ ທີ່ກ່ຽວຂ້ອງເຖິງການກ່າວຫາວ່າ ລັດເຊຍແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີຂອງ ອາເມລິກາ ໃນປີ 2016.

        ໃນບົດລາຍງານຫຍໍ້ທີ່ໄດ້ສົ່ງເຖິງ ສະພາ, ທ່ານ William Barr ລັດຖະມົນຕີກະຊວງຍຸຕິທຳໄດ້ຢັ້ງຢືນວ່າ ການສືບສວນຂອງ  ທ່ານ Robert Muller ໄອຍະການພິເສດບໍ່ປະກົດເຫັນຫຼັກຖານໃດໆທີ່ສະແດງໃຫ້ເຫັນວ່າທີມຫາສຽງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ມີການສົມຮູ້ຮ່ວມຄິດ ກັບ ລັດເຊຍ. ທ່ານ Robert Muller ໄອຍະການພິເສດ ກໍ່ບໍ່ຍົກອອກຂໍ້ສະຫຼຸບກ່ຽວກັບຫຼັກຖານໃດໆທີ່ສະແດງໃຫ້ເຫັນວ່າທ່ານ Donald Trump ປະທານາທິບໍດີມີການກີດຂວາງການປະຕິບັດກົດໝາຍຫຼືບໍ່.

        ເມື່ອຈົດໝາຍຂອງທ່ານ ລັດຖະມົນຕີ ກະຊວງ ຍຸຕິທຳ ອາເມລິກາ ປະກາດອອກ ກໍ່ໄດ້ເປັນຂີດໝາຍການສິ້ນສຸດການສືບສວນທ່ານ Robert Muller ໄອຍະການພິເສດໃນຕະຫຼອດ ໄລຍະ22 ເດືອນທີ່ຜ່ານມາ, ກ່ຽວກັບບັນດາ ການກ່າວຫາທີ່ວ່າ ກຸ່ມນັກຂົນຂວາຍຫາສຽງຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ ສົມທົບ ພ້ອມກັບ ກັບ ຊາວລັດເຊຍ ເພື່ອປ່ຽນແປງຜົນຂອງການເລືອກຕັ້ງ ໃນ ປີ 2016 ອັນໄດ້ຊ່ວຍໃຫ້ທ່ານ Donald Trump  ຍາດໄດ້ໄຊຊະນະ.

ຕອບກັບ

ຂ່າວ/ບົດ​ອື່ນ