ປະກາດກົດໝາຍ 3 ສະບັບເຊິ່ງສະພາແຫ່ງຊາດຫາກໍ່ໄດ້ຮັບການຮັບຮອງເອົາ

ປະກາດກົດໝາຍ 3 ສະບັບເຊິ່ງສະພາແຫ່ງຊາດຫາກໍ່ໄດ້ຮັບການຮັບຮອງເອົາ - ảnh 1
(ພາບ​ປະ​ກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 12/12, ຢູ່​ຮ່າ​ໂນ້ຍ, ຫ​້ອງ​ວ່າ​ການ​ປະ​ທານ​ປະ​ເທດ ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ປະ​ກາດ​ຄຳ​ສັ່ງ​ຂອງ​ປະ​ທານ​ປະ​ເທດ​ກ່ຽວ​ກັບ​ກົດ​ໝາຍ​​ປັບ​ປຸ່ງ, ເພີ່ມ​ເຕີມມາດ​ຕາ​ທີ່ 6 ​ສ່ວນ​ເພີ່ມ​ເຕີມ​ທີ່ 4 ກ່ຽວ​ກັບ​ບັນ​ຊີ​ລາຍ​ຊື່​ຂະ​ແໜງ​ອາ​ຊີບ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​​ທີ່ມີ​ເງື່ອນ​ໄຂ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ; ກົດ​ໝາຍ​ວ່າ​ດ້ວຍການ​ປະ​ມູນ​ລາ​ຄາ​ຊັບ​ສົມ​ບັດ ແລະ ກົດ​ໝາຍ​ວ່າ​ດ້ວຍການ​ເຊື່ອ​ຖື​ສາ​ສະ​ໜາ, ​ເຊິ່ງ​ຫາ​ກໍ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 14.

        ນອກ​ຈາກ​ເພີ່ມ​ເຕີມ​ຂະ​ແໜງ “​ດຳ​ເນີນ​ທຸ​ລະ​ກິດກະ​ໂພກ” ​ແມ່ນ​ຂະ​ແໜງ​ຖືກ​ເກຶອດ​ຫ້າມ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ ຕາມ​ຂໍ້​ກຳ​ນົດ​​ຢູ່​ມາດ​ຕາ​ທ​ີ 6 ກົ​ດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນແລ້ວ, ກົດ​ໝາຍ​ຍັງ​ຍົກ​ເລີກ 20 ຂະ​ແໜງ, ອາ​ຊ​ີບ​ທີ່​ບໍ່​ເໝາະ​ສົມ. ກົດ​ໝາຍ​ເລີ່ມ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 01/01/2017.

        ກົດ​ໝາຍ​ວ່າ​ດ້ວຍການ​ປະ​ມູນ​ລາ​ຄາ​ຊັບ​ສົມ​ບັດ ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້​ງ​, ຊັດ​ເຈັນ​​ຮູບ​ແບບ​ປະ​ມູນ​ລາ​ຄາກວ່າ ດ້ວຍ​​ການປ່ອນ​ບັດໂດຍ​ກົງ, ປ່ອນ​ບັດ​​ໂດຍທາງ​ອ້ອມ; ເພີ່ມ​ເຕີ່ມ​ຮູບ​ແບບ​ປະ​ມູນ​ລາ​ຄາອ​ອນ​ລາຍ, ຜ່ານນັ້ນ​​ປະ​ກອບ​ສ່ວນ​ຈຳ​ກັດສະ​ພາບ​ຮ່ວມ​​ກັນ​ກົດ​ໜ່ວງລາ​ຄາ, ເຮັດ​ໃຫ້​ໝາກ​ຜົນ​ການ​ປະ​ມູນ​ລ​າ​ຄາ​ຖືກ​ຜິດ​ໂຕ​ນ. ກົດ​ໝາຍ​ວ່າ​ດ້ວຍການ​ປະ​ມູນ​ລາ​ຄາ​ຊັບ​ສົມ​ບັດ ເລີ່​ມ​ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 01/07/2017. ​ສ່ວນກົດ​ໝາຍ​ວ່າ​ດ້ວຍ​ການ​ເຊື່ອ​ຖື​ສາ​ສະ​ໜາ ກຳ​ນົດ​ກ່ຽວ​ກັບ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ໜາ​ແບບ​ລວມ​ສູນ; ການ​ເຄື່ອນ​ໄຫ​ວ​ທາງ​ດ້ານ​ສາ​ສະ​ໜາ; ​ການຈົດ​ທະ​ບຽນ​ດຳ​ເນີນ​ຊີ​ວິດ​ທາງ​ດ້ານ​ສາ​ສະ​ໜາ, ຈົດ​ທະ​ບຽນ​ການ​ເຄື່ອນ​ໄຫວ​ສາ​ສະ​ໜາ; ອົງ​ການ​ຈັດ​ຕັ້ງ​ສາ​ສະ​ໜາ… ກົດ​ໝາຍ​ວ່າ​ດ້ວຍ​ການ​ເຊື່ອ​ຖື​ສາ​ສະ​ໜາ ເລີ່ມ​ມີ​ຜົນ​ສັກ​ສິດ​ນັບແຕ່​ວັນ​ທີ 01/01/2018.

ຂ່າວ/ບົດ​ອື່ນ