ປະກາດກົດໝາຍ 9 ສະບັບ ແລະ ລັດຖະບັນຍັດ ທີ່ສະພາແຫ່ງຊາດຮັບຮອງເອົາ

ປະກາດກົດໝາຍ 9 ສະບັບ ແລະ ລັດຖະບັນຍັດ ທີ່ສະພາແຫ່ງຊາດຮັບຮອງເອົາ - ảnh 1
ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ 13
ໄດ້ຮັບຮອງເອົາ ກົດໝາຍ 8 ສະບັບ ແລະ ລັດຖະບັນຍັດ 1 ສະບັບ
(ພາບປະກອບ)


(vovworld) – ຕອນ​ເຊົ້າ​ວັນ​ທີ 12/12, ຫ້ອງ​ວ່າການ​ປະທານ​ປະ​ເທດ ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ປະກາດ​ຄຳ​ສັ່ງ​ຂອງ​ປະທານ​ປະ​ເທດ ທີ່ປະກາດ ກົດ​ໝາຍ 8 ສະບັບ ​ແລະ ລັດຖະບັນຍັດ 1 ສະບັບເຊິ່ງສະພາ​ແຫ່ງ​ຊາດ ​ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫາ​ກໍ່​ຮັບຮອງ​ເອົາ. ​ໃນ​ນັ້ນ​ມີ​ກົດໝາຍ​ສະບັບ​ຕ່າງໆ​ຄື: ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ, ກົດໝາຍ​ວ່າ​ດ້ວຍ​ການ​ຕ້ອນຮັບ​ພົນລະ​ເມືອງ, ກົດ​ໝາຍວ່າ​ດ້ວຍ​ການປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸມ​​ເຟືອຍ ​ແລະ ກົດ​ໝາຍວ່າ​ດ້ວຍທີ່​ດິນ.

    ໜຶ່ງ​ໃນ​ບັນດາ​ກົດໝາຍ​ທີ່​ສະພາ​ແຫ່ງ​ຊາດ​ຫາ​ກໍ່​ຮັບຮອງ​ເອົາ​ແມ່ນ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ.​ໃນ​ນັ້ນ, ມີ​ຫຼາຍ​ເນື້ອ​ໃນ​ແລ​ກປ່ຽນ​ໃໝ່ສຳຄັນ​ກ່ຽວ​ກັບ​ລະບອບ​ກຳມະສິດ​ທີ່​ດິນ, ສິດ ​ແລະ ຄວາມ​ຮັບຜິດຊ​ອບຂອງ​ລັດ​ທີ່​ມີ​ຕໍ່​ທີ່​ດິນ, ກ່ຽວ​ກັບ​ການ​ຖອນ​ທີ່​ດິນ​ຄືນ. ກ່ຽວ​ກັບ​ຂໍ້​ກຳນົດ​ໃໝ່​ໃນ​ການ​ຖອນ​ທີ່​ດິນ​ຄືນ, ທ່ານ ຫງວຽນ​ມິ​ງກວາງ, ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ​ໃຫ້​ຮູ້​ວ່າ:

    “ກ່ຽວ​ກັບ​ການ​ຖອນ​ທີ່​ດິນ​ຄືນ ​ແລະ ຊົດ​​ເຊີຍ​ການ​ຕັ້ງ​ຖີ່​ນຖານ​ໂຄງ​ທີ່ ກຳນົດ​ລະອຽດ​ກ່ຽວ​ກັບ​ບັນດາ​ກໍລະນີ​ທີ່ຈຳ​ເປັນ​ເຊິ່ງລັດ​ຕ້ອງ​ຖອນ​ທີ່​ດິນ​ຄືນ ຍ້ອນຈຸດປະສົງ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ການພັດທະນາ​ເສດຖະກິດ - ສັງຄົມ ​ເພື່ອ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ສາທາລະນະ ຄື​ໄດ້​ກຳນົດ​ໃນ​ມາດຕາ 54 ຂອງ​ລັດຖະທຳ​ມະນູນ. ຕາມ​ທິດ​ຄວບ​ຄຸມ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ແລະ ຈຳກັດ​ບັນດາ​ກໍ​ລະ​ນີລັດ​ຖອນ​ທີ່​ດິນ​ຄືນ​ເພື່ອ​ພັດທະນາ​ເສດຖະກິດ - ສັງ​ຄົມ ​ເພື່ອ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ສາທາລະນະ”

    ປະຈຸ​ບັນ, ບັນດາ​ກະຊວງ, ຂະ​​ແໜງ​ການ​ກ່ຽວຂ້ອງ​ພວມ​ປະກາດ​ໃຊ້​ດຳລັດ​ແນະນຳປະຕິບັດ​ຢ່າງ​ຮີບ​ດ່ວນ ​ເພື່ອ​ໃຫ້​ບັນ​ດາ​ກົດ​ໝາຍ, ລັດຖະບັນຍັດ ກ້າວ​ເຂົ້າ​ສູ່​ຊີວິດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ