ປະກາດການຄົ້ນພົບໃໝ່ກ່ຽວກັບຄົ້ນຄ້ວາບູຮານຄະດີຫວຽດນາມຊຶ່ງໂລກພວມລໍຄອຍ

(VOVWORLD) -ສູນອະນຸລັກຮັກສາມໍລະດົກກຸ່ງເກົ່າເຫ້ວສົມທົບກັບສະຖາບັນຄົ້ນຄ້ວາບູຮານຄະດີຫວຽດນາມ ທີ່ຂຶ້ນກັບສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ປະກາດບັນດາການຄົ້ນພົບໃໝ່ກ່ຽວກັບຄົ້ນຄ້ວາບູຮານຄະດີຫວຽດນາມ
ປະກາດການຄົ້ນພົບໃໝ່ກ່ຽວກັບຄົ້ນຄ້ວາບູຮານຄະດີຫວຽດນາມຊຶ່ງໂລກພວມລໍຄອຍ - ảnh 1ພາບປະກອບ 

ຕອນບ່າຍວັນທີ 29 ກັນຍາ, ຢູ່ນະຄອນເຫ້ວ, ສູນອະນຸລັກຮັກສາມໍລະດົກກຸ່ງເກົ່າເຫ້ວສົມທົບກັບສະຖາບັນຄົ້ນຄ້ວາບູຮານຄະດີຫວຽດນາມ ທີ່ຂຶ້ນກັບສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ປະກາດບັນດາການຄົ້ນພົບໃໝ່ກ່ຽວກັບຄົ້ນຄ້ວາບູຮານຄະດີຫວຽດນາມຄັ້ງທີ 53 ປີ 2018. ທ່ານຮອງສາດສະດາຈານ,   ປອ ຫງວຽນຢາງຫາຍ ໃຫ້ຮູ້ວ່າ : 

    “ ໃນໄລຍະທີ່ຈະມາເຖິງ,  ສະຖາບັນຄົ້ນຄ້ວາບູຮານຄະດີຫວຽດນາມຈະສືບຕໍ່ຮ່ວມມືກັບບັນດານັກຄົ້ນຄ້ວາຍບູຮານຄະດີລັດເຊຍເພື່ອເສີມຂະຫຍາຍບັນດາຄຸນຄ່າວິທະຍາສາດຂອງການຄົ້ນພົບກ່ຽວກັບສະໄໝປະຖົມບູຮານທີ່ເຂດອານເຄໃນແຂວງຢາລາຍ ຊຶ່ງແມ່ນການຄົ້ນພົບທີ່ໂດ່ງດັງໃນໂລກ. ທີ່ 2 ແມ່ນ ພວກຂ້າພະເຈົ້າຈະສົມທົບກັບບັນດາຜູ້ຊ່ຽວຊານ UNESCO ເພື່ອພັດທະນາການຄົ້ນຄ້ວາບູຮານຄະດີໃຕ້ນ້ຳ. ມີສິ່ງທີ່ໃໝ່ອ່ຽມອີກອັນໜຶ່ງ ນັ້ນແມ່ນການຄົ້ນຄ້ວາ AND ໃນການ ຄົ້ນຄ້ວາບູຮານຄະດີ. ນີ້ແມ່ນທິດໃຫຍ່ທີ່ສຸດ”

ຕອບກັບ

ຂ່າວ/ບົດ​ອື່ນ