ປະກາດການວາງແຜນກຳນົດສັງລວມພັດທະນາເຂດທ່ອງທ່ຽວແຫ່ງຊາດເຕີນຈ່າວ-ຕວຽນກວາງ

(VOVWORLD) -ຕອນເຊົ້າວັນທີ 24 ກຸມພາ ຢູ່ ສະຫນາມຫລວງ ເຕີນຈ່າວ ເມືອງ ເຊີນເຢືອງ ແຂວງ ຕວຽນກວາງ ໄດ້ຈັດຕັ້ງພິທີປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີອະນຸມັດຜ່ານການວາງແຜນກຳນົດສັງລວມການພັດທະນາເຂດທ່ອງທ່ຽວແຫ່ງຊາດເຕີນຈ່າວຮອດປີ 2030; ປຸກລະດົມການແຂ່ງຂັນ ແລະ ບຸນປີໃຫມ່ປູກຕົ້ນໄມ້.
ປະກາດການວາງແຜນກຳນົດສັງລວມພັດທະນາເຂດທ່ອງທ່ຽວແຫ່ງຊາດເຕີນຈ່າວ-ຕວຽນກວາງ - ảnh 1 ພິທີປະກາດຂໍ້ຕົກລົງຂອງນາຍົກລັດຖະມົນຕີອະນຸມັດຜ່ານການວາງແຜນກຳນົດສັງລວມການພັດທະນາເຂດທ່ອງທ່ຽວແຫ່ງຊາດເຕີນຈ່າວຮອດປີ 2030

ກ່າວຄຳເຫັນນະພິທີ, ທ່ານ ເຈີນກວັກເວື້ອງ, ຫົວຫນ້າຄະນະກຳມະການກວດກາສູນກາງ ໄດ້ເນັ້ນຫນັກວ່າ ເຕີນຈ່າວ ແມ່ນເຂດດິນເຕັມໄປດ້ວຍມູນເຊື້ອວັດທະນະທຳ, ປະຫວັດສາດ, ມີທີ່ຕັ້ງຍຸດທະສາດສຳຄັນຂອງປະເທດຊາດ, ເລື່ອງກຳນົດການວາງແຜນກຳນົດສັງລວມການພັດທະນາ ເຂດ ເຕີນຈ່າວ ກາຍເປັນເຂດທ່ອງທ່ຽວແຫ່ງຊາດ ອີກຄັ້ງຫນຶ່ງໄດ້ຢັ້ງຢັນບົດບາດສຳຄັນ, ຄຸນຄ່າອັນໃຫຍ່ຫລວງຂອງເຂດທ່ອງທ່ຽວປະຫວັດສາດວັດທະນະທຳ ແລະ ຊີວະພາບ ເຕີນຈ່າວ.

        “ອຳນາດການປົກຄອງແຂວງ ຕວຽນກວາງ ຄວນສ້າງແຜນການລະອຽດ ເພື່ອປະຕິບັດການວາງແຜນກຳນົດ ຮັບປະກັນປະສິດທິຜົນ ຖືກກັບຄວາມຄືບຫນ້າ. ເອົາໃຈໃສ່ພັດທະນາເຂດທ່ອງທ່ຽວແຫ່ງຊາດ ເຕີນຈ່າວ ຕິດພັນກັບການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າປູຊະນີຍະສະຖານປະຫວັດສາດ, ວັດທະນະທຳມູນເຊື້ອ, ຄຸນຄ່າທຳມະຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ