ປະກາດການວາງແຜນຜັງແຂວງແຄັງຮວ່າ ໄລຍະ 2021 – 2030, ວິໄສທັດຮອດປີ 2050

(VOVWORLD) -ເປົ້າໝາຍພັດທະນາສັງລວມຂອງແຂວງ ແຄັງຮວ່າ ຮອດປີ 2030 ໃຫ້ກາຍເປັນນະຄອນຂຶ້ນກັບສູນກາງ; ສູນກາງບໍລິການ, ທ່ອງທ່ຽວທະເລສາກົນ. ວິໄສທັດຮອດປີ 2050, ແຄັງຮວ່າ ເປັນສູນກາງເສດຖະກິດທະເລໃຫຍ່ຂອງທົ່ວປະເທດ
ປະກາດການວາງແຜນຜັງແຂວງແຄັງຮວ່າ ໄລຍະ 2021 – 2030, ວິໄສທັດຮອດປີ 2050 - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ກ່າວຄຳເຫັນຊີ້ນຳກອງປະຊຸມ)

ຕອນເຊົ້າວັນທີ 02 ເມສາ, ແຂວງ ແຄັງຮວ່າ ໄດ້ຈັດກອງປະຊຸມປະກາດການວາງແຜນຜັງ ແລະ ສົ່ງເສີມການລົງທຶນແຂວງປີ 2023. ຕາມແຜນຜັງ, ເປົ້າໝາຍພັດທະນາສັງລວມຂອງແຂວງ ແຄັງຮວ່າ ຮອດປີ 2030 ໃຫ້ກາຍເປັນນະຄອນຂຶ້ນກັບສູນກາງ; ສູນກາງບໍລິການ, ທ່ອງທ່ຽວທະເລສາກົນ. ວິໄສທັດຮອດປີ 2050, ແຄັງຮວ່າ ເປັນສູນກາງເສດຖະກິດທະເລໃຫຍ່ຂອງທົ່ວປະເທດ; ສູ້ຊົນກາຍເປັນໜຶ່ງໃນບັນດາເຂດຕົວເມືອງແຄມທະເລດຶງດູກແຂກທ່ອງທ່ຽວ ແລະ ແມ່ນເຂດເປັນໜ້າດຳລົງຊີວິດແຖວໜ້າຂອງ ອາຊີ…

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໄດ້ໄຈ້ແຍກຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ແງ່ຫວັງພັດທະນາຂອງແຂວງ ແຄັງຮວ່າ. ກ່ຽວກັບການກຳນົດທິດ, ໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນໄລຍະຈະມາເຖິງ ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ແຂວງ ແຄັງຮວ່າ ຜັນຂະຫຍາຍບັນດາການວາງແຜນທີ່ໄດ້ເຊັນອະນຸມັດໃຫ້ສຳເລັດໂດຍໄວ; ພັດທະນາລະບົບເຂດຕົວເມືອງຢ່າງແຮງ, ຍູ້ແຮງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ເສດຖະກິດ - ສັງຄົມ ຕິດພັນກັບກ່ານປ່ຽນແປງໃໝ່ຮູບແບບການເຕີບໂຕ; ສຸມໃສ່ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງ… ທ່ານນາຍົກລັດຖະມົນຕີສະເໜີໃຫ້ປະຊາຄົມວິສາຫະກິດ, ນັກລົງທຶນສ້າງຍຸດທະສາດດຳເນີນທຸລະກິດຢ່າງຍາວນານ, ຍືນຍົງ, ປະຕິບັດຖືກຕ້ອງຄຳໝັ້ນສັນຍາການລົງທຶນ, ຂໍ້ຕົກລົງຮ່ວມມື; ເຄົາລົບກົດໝາຍ, ເງື່ອນໄຂພັດທະນາແບບຍືນຍົງ ແລະ ບັນດາຂໍ້ກຳນົດກ່ຽວກັບ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ທີ່ກອງປະຊຸມ, ແຂວງ ແຄັງຮວ່າ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ 16 ສະບັບ, ດ້ວຍຍອດທຶນຈົດທະບຽນລົງທຶນກວ່າ 3,4 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ