ປະ​ກາດ​ຂໍ້​ຕົກ​ລົງອະ​ໄພ​ຍະ​ໂທດ ປີ 2021 ຂອງ ປະ​ທານ​ປະ​ເທດ

(VOVWORLD) -ກ່າວຄຳເຫັນ ແລະ ປະກາດຂໍ້ຕົກລົງ ອະໄພຍະໂທດ ປີ 2021, ທ່ານ ຟ້າມແທັງຮ່າ, ຮອງຫົວໜ້າຫ້ອງວ່າການປະທານປະເທດ, ເນັ້ນໜັກວ່າ: ວຽກງານອະໄພຍະໂທດແມ່ນສະແດງໃຫ້ເຫັນນະໂຍບາຍອະໄພຍະໂທດ, ມະນຸດສະທຳຂອງ ພັກ, ລັດ ແລະ ມູນເຊື້ອອັນດີງາມຂອງ ຫວຽດນາມ ຕໍ່ຜູ້ຖືກລົງໂທດຈຳຄຸກ
ປະ​ກາດ​ຂໍ້​ຕົກ​ລົງອະ​ໄພ​ຍະ​ໂທດ ປີ 2021 ຂອງ ປະ​ທານ​ປະ​ເທດ - ảnh 1ພາບປະກອບ

ຕອນເຊົ້າວັນທີ 31 ສິງຫາ, ຢູ່ຮ່າໂນ້ຍ, ຫ້ອງວ່າການປະທານປະເທດ ໄດ້ຈັດການຖະແຫຼງຂ່າວປະກາດຂໍ້ຕົກລົງອະໄພຍະໂທດ ປີ 2021 ຂອງທ່ານປະທານປະເທດ ໃຫ້ແກ່ ນັກໂທດກ່ວາ 3.026 ຄົນ ທີ່ພວມປະຕິບັດຄຳຕັດສິນຂອງສານແມ່ນຈຳຄຸກ ທີ່ມີເງື່ອນໄຂຄົບຖ້ວນເພື່ອຮັບການອະໄພຍະໂທດ ປີ 2021. ກ່າວຄຳເຫັນ ແລະ ປະກາດຂໍ້ຕົກລົງ ອະໄພຍະໂທດ ປີ 2021, ທ່ານ ຟ້າມແທັງຮ່າ, ຮອງຫົວໜ້າຫ້ອງວ່າການປະທານປະເທດ, ເນັ້ນໜັກວ່າ: ວຽກງານອະໄພຍະໂທດແມ່ນສະແດງໃຫ້ເຫັນນະໂຍບາຍອະໄພຍະໂທດ, ມະນຸດສະທຳຂອງ ພັກ, ລັດ ແລະ ມູນເຊື້ອອັນດີງາມຂອງ ຫວຽດນາມ ຕໍ່ຜູ້ຖືກລົງໂທດຈຳຄຸກ, ທັງມີຄວາມເຂັ້ມງວດໃນການພິພາກສາ ສຳລັບຜູ້ມີໂທດ, ພ້ອມທັງສະແດງຄວາມມະນຸດສະທຳສຳລັບນັກໂທດທີ່ມີການດັດສ້າງທີ່ດີ, ມີບັນດາການປະກອບສ່ວນໃນວິວັດການດັດສ້າງ, ສົ່ງເສີມເຂົາເຈົ້າສູ້ຊົນຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ກ້າວໜ້າ ເພື່ອກາຍເປັນຜູ້ທີ່ມີຜົນປະໂຫຍດໃຫ້ແກ່ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ