ປະກາດຄຳສັ່ງຂອງປະທານປະເທດກ່ຽວກັບເລື່ອງປະກາດກົດໝາຍ

ປະກາດຄຳສັ່ງຂອງປະທານປະເທດກ່ຽວກັບເລື່ອງປະກາດກົດໝາຍ - ảnh 1
(ປະກາດຄຳສັ່ງຂອງປະທານປະເທດກ່ຽວກັບເລື່ອງປະກາດກົດໝາຍ)

(vovworld) – ຕອນ​ເຊົ້າ​ວັນ​ທີ 29/04, ຢູ່​ຮ່າ​ໂນ້ຍ, ຫ້ອງ​ວ່າການ​ປະທານ​ປະ​ເທດ​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ ປະກາດ​ຄຳ​ສັ່ງ​ຂອງ​ປະທານ​ປະ​ເທດ ​ກ່ຽວ​ກັບ​ການ​ປະກາດ​ກົດໝາຍ 7 ສະບັບ, ມະຕິ 1 ​ສະບັບຂອງ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບັນຍັດ 1 ສະບັບ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ. ນັ້ນ​ແມ່ນ: ກົດໝາຍ​ວ່າ​ດ້ວຍ​ເດັກນ້ອຍ, ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ; ກົດໝາຍ​ວ່າ​ດ້ວຍການສຳຜັດ​ກັບ​ຂໍ້​ມູນ​ຂ່າວ; ກົດໝາຍ​ວ່າ​ດ້ວຍ​ການ​ຢາ; ກົດໝາຍ​ວ່າ​ດ້ວຍ​ການປັບປຸງ, ​ເພີ່ມ​ເຕີ​ມບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍພາສີ​ມູນ​ຄ່າ​ເພີ່ມ, ກົດໝາຍ​ວ່າ​ດ້ວຍ​ພາສີ​ໃຊ້​ສອຍ​ພິ​ເສດ ​ແລະ ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ພາສີ; ກົດໝາຍ​ວ່າ​ດ້ວຍ​ພາສີ​ສົ່ງ​ອອກ, ພາສີ​ນຳ​ເຂົ້າ; ກົດໝາຍ​ວ່າ​ດ້ວຍສົນທິສັນ​ຍາ​ສາກົນ; ມະຕິ​ກ່ຽວ​ກັບ​ການ​ໃຫ້​ສັດຕະຍາບັນຈົດໝາຍ​ຂໍ້​ຕົກລົງ​ກ່ຽວ​ກັບການອອກວິຊາ​ລະ​ຫວ່າງ​ລັດຖະບານ​ແຫ່ງ ສສ ຫວຽດນາມ ​ແລະ ລັດຖະບານ​ສະຫະລັດ ອາ​ເມ​ລິ​ກາ; ລັດຖະບັນຍັດ​ຄຸ້ມ​ຄອງ​ການ​ຕະຫລາດ.

        ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ​​ເລີ່​ມມີ​ຜົນ​ສັກສິດ​ແຕ່​ວັນ​ທີ 01/01/2017. ກົດໝາຍ​ກຳນົດ​ໂດຍ​ລະອຽດ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​​ໃນ​ການສະໜອງ​ຂໍ້​ມູນ​ຂ່າວ​ໃຫ້​ສື່​ມວນ​ຊົນ​ຂອງ​ອົງການ​, ສຳນັກງານ, ຜູ້​ມີ​ຄວາມ​ຮັບຜິດຊອບ; ອົງການ, ສຳນັກງານ, ບຸກຄົນທີ່​ມີສິດ​ອຳນາດ ​ມີ​ສິດປະຕິ​ເສດການ​ສະໜອງຂໍ້ມູນ​ຂ່າວ​ໃຫ້​ສື່​ມວນ​ຊົນ.

ຂ່າວ/ບົດ​ອື່ນ