ປະ​ກາດ​ດັດ​ຊະ​ນີ​ການ​ຄ້າ ລະ​ຫວ່າງ ຈີນ - ອາ​ຊຽນ ເປັນ​ຄັ້ງ​​ທຳ​ອິດ

(VOVWORLD) -   ຕາມກົມໃຫຍ່ພາສີ ຈີນ ແລະ ອຳນາດການປົກຄອງແຂວງ ກວາງຊີ ແລ້ວ,  ດັດຊະນີການຄ້າ ລະຫວ່າງ ຈີນ - ອາຊຽນ ໃນປີ 2021 ແມ່ນ 241,09 ຄະແນນ, ເພີ່ມຂຶ້ນ 19,64% ເມື່ອທຽບໃສ່ປີ 2019 ແລະ ເພີ່ມຂຶ້ນ 141,09% ເມື່ອທຽບໃສ່ປີ 2010. 
ປະ​ກາດ​ດັດ​ຊະ​ນີ​ການ​ຄ້າ ລະ​ຫວ່າງ ຈີນ - ອາ​ຊຽນ ເປັນ​ຄັ້ງ​​ທຳ​ອິດ - ảnh 1ຕູ້ container ສິນຄ້າຢູ່ ເຊິນເຈິນ, ກວາງຕຸງ, ຈີນ ໃນວັນທີ 22 ມິຖຸນາ (ພາບ: AFP/TTXVN)

ດັດຊະນີການຄ້າ ລະຫວ່າງ ຈີນ - ອາຊຽນ ໄດ້ປະກາດເປັນຄັ້ງທຳອິດໃນງານວາງສະແດງ ຈີນ - ອາຊຽນ ຄັ້ງທີ 18 ແລະ ກອງປະຊຸມສຸດຍອດວິສາຫະກິດ ແລະ ນັກລົງທຶນ ຈີນ - ອາຊຽນ ເຊິ່ງພວມດຳເນີນຢູ່ໜານໜິງ, ເມືອງເອກເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ ແຂວງ ກວາງຊີ, ພາກໃຕ້ຂອງ ຈີນ.

        ຕາມກົມໃຫຍ່ພາສີ ຈີນ ແລະ ອຳນາດການປົກຄອງແຂວງ ກວາງຊີ ແລ້ວ, ດັດຊະນີດັ່ງກ່າວໃນປີ 2021 ແມ່ນ 241,09 ຄະແນນ, ເພີ່ມຂຶ້ນ 19,64% ເມື່ອທຽບໃສ່ປີ 2019 ແລະ ເພີ່ມຂຶ້ນ 141,09% ເມື່ອທຽບໃສ່ປີ 2010. ປີ 2021 ແມ່ນປີສະເຫຼີມສະຫຼອງວັນສ້າງຕັ້ງການເຈລະຈາ ລະຫວ່າງ ຈີນ - ອາຊຽນ ຄົບຮອບ 30 ປີ. ໃນ 30 ປີ ຜ່ານມາ, ວົງເງິນນຳເຂົ້າ - ສົ່ງອອກ ລະຫວ່າງ ຈີນ ແລະ ບັນດາປະເທດສະມາຊິກ ອາຊຽນ ໄດ້ເພີ່ມຂຶ້ນ 85 ຄັ້ງ, ຈີນ ແມ່ນຄູ່ຮ່ວມມືການຄ້າລາຍໃຫຍ່ສຸດຂອງ ອາຊຽນ ໃນ 12 ປີ ຢ່າງລຽນຕິດ. ໃນຂະນະນັ້ນ, ເປັນຄັ້ງທໍາອິດທີ່ ອາຊຽນ ໄດ້ລືນກາຍ ສະຫະພາບເອີຣົບ ກາຍເປັນຄູ່ຮ່ວມມືການຄ້າລາຍໃຫຍ່ສຸດຂອງ ຈີນ ໃນປີ 2020.


ຕອບກັບ

ຂ່າວ/ບົດ​ອື່ນ