ປະກາດດັດຊະນີປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານສາທາລະນະຂັ້ນແຂວງຢູ່ຫວຽດນາມ

ປະກາດດັດຊະນີປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານສາທາລະນະຂັ້ນແຂວງຢູ່ຫວຽດນາມ - ảnh 1
ປະກາດ​ຕົວ​ເລກ​ປະສິດທິ​ຜົນການ​ຄຸ້ມ​ຄອງ ​ແລະ
ບໍລິຫານສາທາລະນະຂັ້ນ​ແຂວງ​ຢູ່​ຫວຽດນາມ
(ພາບ: baomoi.com)


(vovworld) - ດັດຊະນີ​ປະສິດທິ​ຜົນການ​ຄຸ້ມ​ຄອງ ​ແລະ ບໍລິຫານສາທາລະນະຂັ້ນ​ແຂວງ​ຢູ່​ຫວຽດນາມ (PAPI) ​ໄດ້​ປະກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 14/05, ຢູ່​ຮ່າ​ໂນ້ຍ. ຕາມ​ນັ້ນແລ້ວ, ​ແຂວງ​ກວາງ​ບິ່ງ, ດ່າ​ໜັງ, ກວ້າງ​ຈີ້, ນາມ​ດິ້ງ, ບາ​​ເຣິ້ຍ - ຫວູງ​ເຕົາ ​ແມ່ນຂຶ້ນ​ກັບ​ກຸ່ມ​​ແຂວງ, ນະຄອນທີ່ມີດັດຊະນີ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ສາທາລະນະສູງ​ສຸດ​​ໃນ​ທົ່ວ​ປະ​ເທດ. ດັດຊະນີປະສິດທິຜົນການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ສາທາລະນະປີ 2012 ​ໃຫ້​​​ເຫັນ​ວ່າ, ສະພາບ​ໄພ​ສໍ້​ລາດ​ບັງ​ຫຼວງ, ສິນ​ບົນ​ຍັງ​ເກີດ​ຂຶ້ນ​ຢູ່. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ທີ່​ດິນ​ຍັງ​ແມ່ນ​ຂົງ​ເຂດ​ເຊິ່ງປະຊາຊົນ​ຕີ​ລາຄາ​ວ່າ​ ໄດ້​ກໍ່​ຄວາມ​ຫຍູ້ງຍາກ​ເມື່ອ​ຂາດ​ລັກສະນະ​ເປີດ​ເຜີຍ, ກະຈາ​ງ​ແຈ້ງ​ໃນ​ການວາງ​ແຜນກຳນົດ, ​ແຜນການ​ນຳ​ໃຊ້​ທີ່​ດິນ; ​ການຮິບເອົາ ​ແລະ ລາຄາ​ຊົດ​ເຊີຍຍັງ​ບໍ່​ທັນ​ເໝາະ​ສົມ; ​ເລື່ອງ​ຂໍ້​ໜັງສືຢັ້ງຢືນ​ສິດ​ນຳ​ໃຊ້​ທີ່​ດິນ​ຍັງ​ມີ​ຫຼາຍ​ບັນ​ຫາທີ່​ຍັງ​ຄົງຄ້າງ ​ແລະ ມີ​ຄະ​ແນນ​ຕຳ​ສຸດ​ໃນ 4 ລະບຽບ​ການ​ບໍລິຫານ​ທີ່ໄດ້​ຮັບ​ການ​ສຳ​ຫຼວດ​ໃນ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ