ປະກາດດຳລັດຂອງລັດຖະບານກ່ຽວກັບການຄຸ້ມຄອງ, ສະໜອງ, ນຳໃຊ້ການບໍລິການອິນເຕີແນດ

ປະກາດດຳລັດຂອງລັດຖະບານກ່ຽວກັບການຄຸ້ມຄອງ, ສະໜອງ, ນຳໃຊ້ການບໍລິການອິນເຕີແນດ - ảnh 1
ການ​ປະຊຸມ​ຂ່າວ ​ແນະນຳ​ດຳລັດ 72/2013 ຂອງ​ລັດຖະບານ ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ສະໜອງ, ນຳ​ໃຊ້​ການ​ບໍລິການ​ອິນ​ເຕີ​ແນ​ດ ​ແລະ ຂ່າວ​ໃນ​ເຄືອ​ຂ່າຍ

(vovworld) – ຕອນ​ບ່າຍ​ວັນ​ທີ 31/7, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໄດ້​ຈັດການ​ປະຊຸມ​ຂ່າວ ​ແນະນຳ​ດຳລັດ 72/2013 ຂອງ​ລັດຖະບານ ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ສະໜອງ, ນຳ​ໃຊ້​ການ​ບໍລິການ​ອິນ​ເຕີ​ແນ​ດ ​ແລະ ຂ່າວ​ໃນ​ເຄືອ​ຂ່າຍ. ດຳລັດ​ນີ້​ແທນ​ໃຫ້​ດຳລັດ 97 ລົງ​ວັນ​ທີ 28/8/2008 ຂອງ​ລັດຖະບານກ່ຽວ​ກັບ​ການ​ຄຸ້ມ​ຄອງ, ສະໜອງ, ນຳ​ໃຊ້​ການ​ບໍລິການ​ອິນ​ເຕີ​ແນ​ດ ​ແລະ ຂ່າວ​ໃນ​ເຄືອ​ຂ່າຍ. ດຳ​ລັກ​ນີ້​ລວມມີ 6 ພາກ, 46 ມາດຕາ, ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ການ​ບໍລິການ​ອິນ​ເຕີ​ແນ​ດ, ຊັບພະຍາກອນ ອິນ​ເຕີ​ແນ​ດ, ຫຼັກການ​ຄຸ້ມ​ຄອງ, ສະໜອງ, ນຳ​ໃຊ້​ຂ່າວ​ໃນ​ເຄືອ​ຂ່າຍ, ​ຄຸ້ມ​ຄອງ​ການສ້າງ​ເວັບ​ໄຊ​ສັງ​ລວມ… ດຳລັດ​ເພີ່ມ​ເຕີມ, ປັບປຸງ​ຂໍ້​ກຳນົດ​ຕ່າງໆ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ສະໜອງ ​ແລະ ນຳ​ໃຊ້​ການ​ບໍລິການ ​ແລະ ຂ່າວ​ທາງ​ເຄືອ​ຂ່າຍ​ຕາມ​ທິດ​ຍູ້​ແຮງ​ການ​ແກ່ງ​ແຍ້​ງ, ສ້າງສະພາບແວດ​ລ້ອມດຳ​ເນີນ​ທຸລະ​ກິດ​ຢ່າງ​ຍຸຕິ​ທຳ, ​ໂປ່​ງ​ໃສ ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ​ເພີ່ມ​ທະວີ​ລັກສະນະ​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ໝັ້ນຄົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ, ກຳນົດ​ຄວາມ​ຮັບຜິດຊອບ ​ແລະ ກົນ​ໄກ​ສົມທົບ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ອິນ​ເຕີ​ແນ​ດ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ເລ​ນາມທັ໋ງ, ​ໃຫ້​ຮູ້​ວ່າ:

ດຳລັດ​ໄດ້ກຳນົດ, ​ແບ່ງ​ປະ​ເທດ​ຂໍ້​ມູນ​ຂ່າວ ​ແລະ ວິທີ​ຄຸ້ມ​ຄອງ​ຄື​ແນວ​ໃດ, ອັນ​ໃດ​ສະໜອງ​ໜັງສື​ອະນຸຍາດ, ຈົດ​ທະບຽນ, ລາຍ​ງານ​ສິດ ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການ, ສ່ວນ​ບຸກຄົນ​ສະໜອງ​ຂໍ້​ມູນ​ຂ່າວ​ນັ້ນ​ເຂົ້າ​ເຄືອ​ຂ່າຍ​ອີນ​ເຕີ​ເນັດ, ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ, ກ່ອນ​ນີ້​ແມ່ນ​ບໍ່​ທັນ​ຈະ​ແຈ້ງ, ຖ້າ​ກົດໝາຍ​ຍິ່ງ​ຈະ​ແຈ້ງ, ​ເປີ​ດເຜິ​ຍ, ​ໂປ່​ງ​ໃສ ​ແລະ ການ​ສົມທົບ​ກັບ​ບັນດາ​ອົງການ​ຄຸ້ມ​ຄອງ​ເປັນ​ຢ່າງ​ດີ ຈະ​ສ້າງ​ເງື່ອນ​ໄຂ​ຊຸກຍູ້​ການ​ພັດທະນາ​ເຄືອ​ຂ່າຍ​ການ​ບໍລິການ​ກໍ່​ຄື​ຂໍ້​ມູນ​ຂ່າວສານ​ໃນ​ອິນ​​ເຕີ​ເນັດ

    ດຳລັດ​ເລີ່​ມມີ​ຜົນ​ສັກສິ​ດ​ນັບ​ແຕ່​ວັນ​ທີ 1/9/2013 ​ເປັນ​ຕົ້ນ​ໄປ.

 

 

ຂ່າວ/ບົດ​ອື່ນ