ປະກາດບົດນິພົນໂຮ່ຈີມິນຄົບຊຸດ ເຫຼັ້ມ 2, 4, 6 ເປັນພາສາລາວ

(VOVWORLD) -ວັນທີ 24 ກໍລະກົດ, ຢູ່ສະຖາບັນການເມືອງ-ການປົກຄອງແຫ່ງຊາດລາວ ໄດ້ດໍາເນີນພິທີປະກາດການແປບົດນິພົນໂຮ່ຈີມິນຄົບຊຸດ ເຫຼັ້ມ 2, 4, 6 ຈາກພາສາຫວຽດນາມເປັນພາສາລາວ ສໍາເລັດຢ່າງເປັນທາງການ. 
ປະກາດບົດນິພົນໂຮ່ຈີມິນຄົບຊຸດ ເຫຼັ້ມ 2, 4, 6 ເປັນພາສາລາວ - ảnh 1 ພິທີປະກາດບົດນິພົນໂຮ່ຈີມິນຄົບຊຸດ

ບົນພື້ນຖານການຮ່ວມມືມິດຕະພາບແບບພິເສດ, ເລິກເຊິ່ງ, ຮອບດ້ານ ແລະ ແມ່ນການຜັນຂະຫຍາຍສັນຍາຮ່ວມມືກ່ຽວກັບເສດຖະກິດ, ວັດທະນະທໍາ, ວິທະຍາສາດ - ເຕັກນິກ ລະຫວ່າງລັດຖະບານລາວ ແລະ ລັດຖະບານຫວຽດນາມປີ 2014, ພັກ ແລະ ລັດຖະບານສອງປະເທດລາວ - ຫວຽດນາມ ໄດ້ເຫັນດີເປັນເອກະພາບຜັນຂະຫຍາຍໂຄງການ “ແປບົດນິພົນໂຮ່ຈີມິນຄົບຊຸດຈາກພາສາຫວຽດ ເປັນພາສາລາວ” ແລະມອບໃຫ້ສະຖາບັນການເມືອງໂຮ່ຈີມິນ ແລະສະຖາບັນການເມືອງ - ການປົກຄອງແຫ່ງຊາດລາວ ສົມທົບກັນປະຕິບັດ. ບົດນິພົນໂຮ່ຈີມິນຄົບຊຸດເຫຼັ້ມທີ 6 ມີບົດຂຽນຂອງເພິ່ນມີທັງໝົດ 224 ບົດ ໃນໄລຍະແຕ່ວັນທີ 1/1/1949 – 31/12/1950, ໂດຍສ່ອງແສງໃຫ້ເຫັນທັດສະນະ ກ່ຽວກັບແນວທາງ, ຍຸດທະສາດ, ຍຸດທະວິທີປະຕິວັດອັນເລິກເຊິ່ງຂອງປະທານໂຮ່ຈີມິນ ໂດຍພື້ນຖານ ເພື່ອນໍາທົ່ວກອງທັບ, ທົ່ວປວງຊົນຍູ້ແຮງພາລະກິດ ຕໍ່ສູ້, ສ້າງສາປະເທດຊາດ ແລະຍາດເອົາໄຊຊະນະຢ່າງໄວວາ.

        ກ່າວຄໍາເຫັນທີ່ພິທີ, ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນວຽດຖາວ, ຮອງຜູ້ອໍານວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ເນັ້ນໜັກເຖິງບັນດາບົດຮຽນອັນລໍ້າຄ່າໃນເບື້ອງຕົ້ນ ທີ່ຖອດຖອນມາໄດ້ຈາກໝາກຜົນຂອງການຮ່ວມມື ຈະແມ່ນພື້ນຖານສໍາຄັນເພື່ອໃຫ້ສອງປະເທດສືບຕໍ່ຜັນຂະຫຍາຍ ໂຄງການ “ແປບົດນິພົນໂຮ່ຈີມິນຄົບຊຸດຈາກພາສາຫວຽດ ເປັນພາສາລາວ” ໃຫ້ມີປະສິດທິຜົນສູງ ແລະ ປະສົບຜົນສໍາເລັດໃນໄລຍະຈະມາເຖິງໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ