ປ​ະ​ກາດ​ບົດ​ລາຍ​ງານ PCI 2020 - ປີ​ແຫ່ງ​ຂີດ​ໝາຍ​ສຳ​ຄັນຫຼາ​ຍ​ຢ່າງ

(VOVWORLD) -        ຕອນເຊົ້າວັນທີ 15 ເມສາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ປະກາດບົດລາຍງານ ດັດຊະນີຄວາມສາມາດແກ້ງແຍ້ງຂັ້ນແຂງປີ 2020 (PCI 2020).
ປ​ະ​ກາດ​ບົດ​ລາຍ​ງານ PCI 2020 - ປີ​ແຫ່ງ​ຂີດ​ໝາຍ​ສຳ​ຄັນຫຼາ​ຍ​ຢ່າງ - ảnh 1ພິທີປະກາດບົດລາຍງານ ດັດຊະນີຄວາມສາມາດແກ້ງແຍ້ງຂັ້ນແຂງປີ 2020 
  ຜ່ານໄລຍະ 16 ປີ ຢ່າງລຽນຕິດ, ບົດລາຍງານ PCI ໄດ້ສ່ອງແສງໃຫ້ເຫັນຄວາມຮູ້ສຶກຂອງປະຊາຄົມວິສາຫະກິດ ກ່ຽວກັບສະພາບແວດລ້ອມດຳເນີນທຸລະກິດ ຢູ່ ຫວຽດນາມ ເພື່ອແນໃສ່ຕີລາຄາ ແລະ ຈັດອັນດັບສະພາບແວດລ້ອມດຳເນີນທຸລະກິດ ກໍຄື ຄຸນນະພາບຂອງການບໍລິຫານເສດຖະກິດຂອງບັນດາແຂວງ, ນະຄອນຢູ່ ຫວຽດນາມ. ທ່ານ ເດົ້າແອັງຕ໊ວນ, ຫົວໜ້າພະແນກກົດໝາຍ ຫ້ອງການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໃຫ້ຮູ້ວ່າ:

        “ບົດລາຍງານ PCI ຄັ້ງນີ້ ຈະຕອບສະໜອງຂໍ້ມູນເພື່ອໃຫ້ການນຳບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ ແລະ ການນຳສູນກາງ ກຳໄດ້ສະພາບການຫັນປ່ຽນ, ການຕີລາຄາຈາກຕົວຈິງ ກ່ຽວກັບການເຄື່ອນໄຫວຂອງສະພາບແວດລ້ອມດຳເນີນທຸລະກິດ. ນີ້ກໍແມ່ນໂອກາດເພື່ອໃຫ້ອຳນາດການປົກຄອງທ້ອງຖິ່ນຕ່າງໆເບິ່ງຄືນ, ສຳຫຼວດກວດກາຄືນບັນດາຂົງເຂດຂອງຕົນ ເພື່ອວາງອອກແຜນການປັບປຸງໃຫ້ຖືກຕ້ອງຕາມຄວາມຕ້ອງການ ແລະ ຄວາມປາດຖະໜາຂອງວິສາຫະກິດ”.

        ບົດລາຍງານ PCI 2020 ບໍ່ພຽງແຕ່ມີຕາຕະລາງຈັດອັນດັບຄວາມສາມາດແກ້ງແຍ້ງຂອງທ້ອງຖິ່ນໃນປີ 2020 ເທົ່ານັ້ນ, ຫາກຍັງວິເຄາະວິໄຈກ່ຽວກັບສະພາບການສະພາບແວດລ້ອມດຳເນີນທຸລະກິດປີ 2020 ແລະ ໄລຍະ 2016 – 2020 ຜ່ານມາ ອີກດ້ວຍ. ພິເສດ, ບົດລາຍງານ PCI 2020 ຍັງກຳນົດໄດ້ຄວາມດູດດື່ມຂອງ ຫວຽດນາມ ໃນສາຍຕາຂອງນັກລົງທຶນ ແລະ ສ່ອງແສງແງ່ຫວັງຂອງປະຊາຄົມວິສາຫະກິດ ສຳລັບຄວາມມານະພະຍາຍາມປະຕິຮູບຂອງລັດຖະບານຂັ້ນຕ່າງໆໃນ 5 ປີ ຈະມາເຖິງ.


 

ຕອບກັບ

ຂ່າວ/ບົດ​ອື່ນ