ປະ​ກາດບົດ​ລາຍ​ງານ​ ອິນ​ເຕີ​ເນັດ, ຊັບ​ພະ​ຍາ​ກອນ​ອິນ​ເຕີ​ເນັດ ຫວຽດ​ນາມ 2021

(VOVWORLD) -ວັນທີ 15 ທັນວາ, ໃນຂອບເຂດເຫດການວັນ ອິນເຕີເນັດ ຫວຽດນາມ 2021, ສູນ ອິນເຕີເນັດ ຫວຽດນາມ (VNNIC) ໄດ້ປະກາດຢ່າງເປັນທາງການ “ບົດລາຍງານ ອິນເຕີເນັດ, ຊັບພະຍາກອນອິນເຕີເນັດ ຫວຽດນາມ 2021” ດ້ວຍຫົວຂໍ້ “Internet for all”.

ປະ​ກາດບົດ​ລາຍ​ງານ​ ອິນ​ເຕີ​ເນັດ, ຊັບ​ພະ​ຍາ​ກອນ​ອິນ​ເຕີ​ເນັດ ຫວຽດ​ນາມ 2021 - ảnh 1ພາບປະກອບ: TTXVN

ຕາມຕົວເລກຂອງບົດລາຍງານດັ່ງກ່າວແລ້ວ, ຊັບພະຍາກອນອິນເຕີເນັດໃນປີ 2021, ປັດຈຸບັນມີ 660 ລະບົບເຄືອຂ່າຍທີ່ໄດ້ນຳໃຊ້ ຢູ່ອິນເຕີເນັດ (IP) ຫຼືລະຫັດໝາຍອິນເຕີເນັດ (ASN) ທີ່ມີການເຊື່ອມຕໍ່ເອກະລາດນຳກັນ ໂດຍສ້າງເປັນ ອິນເຕີເນັດ ຫວຽດນາມ. ຕົວເລກນີ້ ເພີ່ມຂຶ້ນ 20% ເມືື່ອທຽບໃສ່ກັບປີ 2020. ບັນດາເຄືອຂ່າຍອິນເຕີເນັດພາຍໃນປະເທດ ເຊື່ອມຕໍ່ນຳກັນ ຜ່ານບັນດາຫົວໜ່ວຍສະໜອງການບໍລິການ (ISP) ແລະ ຜ່ານສູນສົ່ງຕໍ່ອິນເຕີເນັດ ແຫ່ງຊາດ.

ໝາກຜົນບົດລາຍງານໄດ້ສະແດງໃຫ້ເຫັນວ່າ, ໃນ 21 ປີຜ່ານມາ, ການເຕີບໂຕຢ່າງປະທັບໃຈຂອງ ຊັບພະຍາກອນອິນເຕີເນັດ ຫວຽດນາມ ດ້ວຍການເຄື່ອນໄຫວທີ່ມີສະຖຽນລະພາບ, ມີຄວາມປອດໄພຂອງລະບົບເຕັກນິກພື້ນຖານໂຄງລ່າງ ອິນເຕີເນັດ ໄດ້ປະກອບສ່ວນສ້າງກຳລັງໜູນໃຫ້ແກ່ການເຕີບໂຕຢ່າງແຮງ ຂອງ ອິນເຕີເນັດຫວຽດນາມ. ຫວຽດນາມ ໄດ້ມີການເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາລວມຂອງ ອິນເຕີເນັດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ