ປະກາດບົດລາຍງານປະຈຳປີກ່ຽວກັບວິສາຫະກິດ ຫວຽດນາມ ປີ 2013

ປະກາດບົດລາຍງານປະຈຳປີກ່ຽວກັບວິສາຫະກິດ ຫວຽດນາມ ປີ 2013 - ảnh 1
ປະກາດ​ບົດລາຍ​ງານ​ປະຈຳ​ປີກ່ຽວກັບ​ວິ​ສາ​ຫະກິດ ຫວຽດນາມ ປີ 2013
(ພາບ: hanoimoi.com.vn)


(vovworld) – ຫ້ອງ​ການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ(VCCI) ສົມທົບ​ກັບ​ກຳມາ​ທິການ​ເສດຖະກິດ​ສະພາ​ແຫ່ງ​ຊາດ ​ແລະ ທະນາຄານ​ໂລກ(WB) ຫາ​ກໍ່ປະກາດ​ບົດລາຍ​ງານ​ປະຈຳ​ປີກ່ຽວກັບ​ວິ​ສາ​ຫະກິດ ຫວຽດນາມ ປີ 2013. ດ້ວຍ​ຫົວ​ຂໍ້​ວ່າ “ ພັດທະນາ​ວິ​ສາ​ຫະກິດ ​ແລະ ຄຸນ​ນະພາ​ບການ​​​ເຕີບ​ໂຕ”,​ ບົດ​ລາຍ​ງານ​ຍົກ​ອອກ​ຮູບ​ພາບ​ກ່ຽວກັບ​ຄວາມ​ສາມາດຂອງ​ວິ​ສາ​ຫະກິດ ຫວຽດນາມ. ປີ 2013, ທົ່ວ​ປະ​ເທດ​ມີວິ​ສາ​ຫະກິດເກືອບ 77 ພັນ​ແຫ່ງຈົດ​ທະບຽນສ້າງຕັ້ງ​ໃໝ່ດ້ວຍ​ທຶນ​ຈົດ​ທະບຽນ​ເກືອບ 400ພັນຕື້ດົ່ງ,​ ​ເພີ່ມ​ຂຶ້ນ 10% ກ່ຽວກັບ​ຈຳນວນ​ວິ​ສາ​ຫະກິດ ​ແລະ ຫຼຸດລົງ​ເກືອບ 15% ກ່ຽວກັບ​ຈຳນວນ​ທຶນຈົດ​ທະບຽນ​ເມື່ອ​ທຽບ​ກັບ​ປີ 2012. ສິ່ງ​ທີ່​ຄວນ​​ເອົາໃຈ​ໃສ່ໃນ​ບົດ​ລາຍ​ງານ​ແມ່ນ​ຂະໜາດວິ​ສາ​ຫະກິດ​ມີ​ທ່າ​ອ່ຽງນ້ອຍ​ລົງ​ດ້ວຍ​ກວ່າ 66% ວິ​ສາ​ຫະກິດຂະໜາດນ້ອຍ​ສຸດ; 29% ວິ​ສາ​ຫະກິດ​ຂະໜາດນ້ອຍ; ມີ​ພຽງ​ແຕ່​ກວ່າ 4% ​ແມ່ນ​ວິ​ສາ​ຫະກິດ​ຂະໜາດກາງ ​ແລະ ​ໃຫຍ່….​​ໂດຍ​ອີງ​ຕາມ​ບັນດາ​ການ​ໄຈ້​ແຍກ, ບົດ​ລາຍ​ງານຍົກ​ອອກ​ຂໍ້​ສັງ​ເກດ ​ແລະ ຂໍ້​ສະ​ເໜີ​, ມາດ​ຕະການ​​​ແກ້​ໄຂ​ຈຳນວນໜຶ່ງເພື່ອແນ​ໃສ່​ປັບປຸງ​ສະພາບ​ແວດ​ລ້ອມ​​ແຫ່ງການ​ດຳ​ເນີນ​ທຸລະ​ກິດຢູ່ ຫວຽດນາມ, ຈັດຕັ້ງການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຍົກ​ສູງ​ຄວາມ​ສາມາດແກ່ງ​ແຍ່ງ​ຂອງ​ວິ​ສາ​ຫະກິດ,​ ມຸ່ງ​ໄປ​ເຖີງ​ເປົ້າໝາຍຍົກ​ສູງ​ຄຸນ​ນະພາ​ບການ​​ເຕີບ​ໂຕ.

ຂ່າວ/ບົດ​ອື່ນ